ຈີນ​ແລະ​ມຽນມາ​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ
2014-11-15 15:17:25  cri 

ວັນ​ທີ 14 ພະຈິກ​ນີ້, ຈີນ​ແລະ​ມຽນມາ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

(ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນພົບ​ປະ​ເຈລະຈາ​ກັບທ່ານ​ ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາ)

ຖະ​ແຫຼ​ງການ​ຮ່ວມສະບັບ​ດັ່ງກ່າວ​ລວມມີ 16 ໝວດ ​ໂດຍໄດ້​ທົບ​ທວນ​ຄືນຂະ​ບວນການພັດທະນາ​ຂອງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ-ມຽນມາ, ໄດ້​ຕີ​ລາຄາ​ສູງ​ຕໍ່​ມິດຕະພາບ​ແບບ​ອ້າຍ​ນ້ອງ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​​ເຫັນ​ດີ​ວ່າ​ຈະ​ສືບ​ທອດ​ນ້ຳ​ໃຈຫຼັກ 5 ປະການຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ບົນພື້ນຖານ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງຮອບ ດ້ານໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ, ຄວາມ​ໝັ້ນຄົງ, ການ​ທະ​ຫານ, ວັດທະນະທຳ​ແລະຂົງ​ເຂດອື່ນໆ, ​ເພື່ອ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ຈີນ-ມຽນມາ​ກ້າວ​ເຂົ້າ​ສູ່​ລະດັບ​ໃໝ່.

(ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນພົບ​ປະ​ເຈລະຈາ​ກັບທ່ານ​ ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາ)

ໃນ​ເວລາພົບ​ປະ​ເຈລະຈາ​ກັບ​ທ່ານ​ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາໃນ​ມື້​ດຽວ​ກັນ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​​ເນັ້ນ​ໜັກ​ວ່າ, ຈະຍົກ​ລະ ດັບ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຈີນ-​ມຽນມ້າ​ໃຫ້​ສູງ​ຂຶ້ນຢ່າງຮອບດ້ານ, ສອງ​ປະ​ເທດຈີນ​ມຽນມ້າ​ຈະ​ເປັນ​ເພື່ອນ​ບ້ານ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີແລະ​ຄູ່​ຮ່ວມ​ທີ່​ດີ​ຈົນ​ເທົ່າ​ໃດໆ.

(ຫຼັງ​ຈາກ​ການ​ພົບ​ປະ​ສິ້ນ​ສຸດ​ລົງ,  ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ແລະທ່ານ​ ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາຮ່ວມ​ກັນ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ຕ່າງໆ)

ທ່ານ​ເທ​ນ​ເຊ​ນ​ກ່າວ​ວ່າ, ເຖິງ​ວ່າການ​ຢ້ຽມຢາມ​ຂອງທ່ານຫຼີ​ເຄີ້ສຽງຄັ້ງ​ນີ້ ​ ​ເປັນ​ໄລຍະ​ສັ້ນ​ກໍ​ຕາມ, ​​ແຕ່ໄດ້ຮັບ​ຜົນສຳ​ເລັດ​ອັນ​ອຸດົມສົມບູນ, ​ເຊິ່ງຈະ​ຊຸກຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ລະຫວ່າງ​ສອງ​ປະ​ເທດແລະ​​ເພີ່ມ​ຕື່ມມິດຕະພາບ​ລະຫວ່າງປະຊາຊົນ​ສອງ​ຊາດ​ຢ່າງ​ແຂງ​ແຮງ.​​



( ທ່ານ​ ເທ​ນ​ເຊ​ນ ປະທານາທິບໍດີ​ມຽນມາຈັດ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ໃຫ້ ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ຢູ່​ສະໜາມ​ຫຼວງ​ຂອງ​ທຳນຽບປະທານາທິບໍດີ​ມຽນມາກ່ອນ​ການ​ພົບ​ປະ)

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ