ຈຸດ​ເດັ່ນ​ໃໝ່​​​ແຫ່ງ​ການ​ຮ່ວມ​ມືລະຫວ່າງ​ຈີນ​ກັບ​ອາ​ຊຽນ——ນັກປາດ​ຈີນ​ຕີ​ລາຄາ​ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະຊຸມສຸດ​ຍອດ​ຈີນ​ກັບ​ອາ​ຊຽນຄັ້ງ​ທີ 17
2014-11-15 15:28:08  cri 

ຕອນ​ບ່າຍ​ວັນ​ທີ 13 ພະຈິກ​ນີ້, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຈີນ—​ອາ​ຊຽນ (10+1) ຄັ້ງທີ 17 ຢູ່ ນະຄອນ​ຫຼວງເນ​ປີ​ດໍຂອງ​ມຽນມາ, ​ໄດ້ລົງ​ເລິກ​ຫາລືກັບຜູ້ນຳ 10 ປະ​ເທດ​ອາ​ຊຽນກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ຈີນ—ອາຊຽນຕື່ມ ອີກ, ​​ແລະໄດ້​ບັນລຸ​ຄວາມຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ.

ທ່ານ​ໂລ້​ຢົງ​ຄຸ່ນ​, ນັກປາດຂອງສຳນັກ​ຄົ້ນຄວ້າ​ອາຊີ​ໃຕ້​ອາຊີ​ອາຄະ​ເນ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ສະ​ໄໝ​ປະຈຸ​ບັນ​ຈີນ​ເຫັນ​ວ່າ, ຂໍ້ສະ​ເໜີ​ຂອງທ່ານຫຼີ​ເຄີ້ສຽງນາຍົກລັດຖະມົນຕີຈີນກ່ຽວ​ກັບ​ການ​ຕັ້ງໜ້າ​ເຈ​ລະ​ຈາ​ກັບ​ອາ​ຊຽນ​ເພື່ອ​ເຊັນ"ສັນຍາ​ການ​ຮ່ວມ​ມືດ້ວຍ​ໄມຕີ​ຈິດມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງລະຫວ່າງ​ຈີນ​—ປະ​ເທດ​ອາ​ຊຽນ"​ແມ່ນ​ຈຸດ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້. ທ່ານ​ກ່າວ​ວ່າ:

"ນີ້​ແມ່ນ​ເອກະສານ​ກົດໝາຍ​ສະບັບ​ໜຶ່ງທີ່​ຊຸກຍູ້​ການ​ຮ່ວມ​ມື​ດ້ວຍໄມຕີ​ຈິດມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງລະຫວ່າງ​ຈີນ—​ອາ​ຊຽນທີ່​ຈີນ​ສະ​ເໜີ​ອອກ, ​ເອກະສານ​ດັ່ງກ່າວ​ສາມາດ​ສະໜອງ​ການ​ຮັບປະກັນ​ທີ່​ແຂງ​ແຮງ​​ໃຫ້​ແກ່​ການຮ່ວມ​ມື​ລະຫວ່າງ​ຈີນ​​ອາ​ຊຽນ​ໃນຫຼາຍສິບ​ປີ​ຕໍ່ໜ້າ."

ທ່ານ​ຈ່າງ​ຈ້ຽນພິງ, ຫົວໜ້າ​ຫ້ອງການການ​ຮ່ວມ​ມື​ດ້ານເສດຖະກິດ​ສາກົນ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ຕໍ່​ຕ່າງປະ​ເທດ​ຂອງ​ຄະນະ​ກຳມະການ​ພັດ ທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ເຫັນ​ວ່າ, ຈຸດ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້ ​ແມ່ນ​ຢູ່ໃນ​ຂົງ​ເຂດ​ການເຊື່ອມ​ຈອດ​ກັນ​ແລະການ​ສະ ໜັບສະໜູນດ້ານ​ການ​ທະນາຄານ. ຈີນ​ໄດ້​ປະກາດ​ໃຫ້​ສ້າງ​ກອງ​ທຶນ​ເສັ້ນທາງ​ສາຍ​ໄໝ​ທີ່​ມີ​ມູນ​ຄ່າ 40 ຕື້​ໂດ​ລາ​ສະຫະລັດ, ​ແລະ​ຈະ​ເລີ່​ມຕົ້ນ​ການ​ຫ້າງ​ຫາທຶນຈຳນວນ 3 ຕື້​ໂດ​ລາ​ສະຫະລັດທີ່​ເປັນ​ໄລຍະ​ທີ​ສອງ​ຂອງ​ກອງ​ທຶນ​ການ​ລົງທຶນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​—ອາ​ຊຽນ, ທະນາຄານ​ພັດ ທະນາ​ແຫ່ງ​ຊາດ​ຈີນ​ຍັງ​ຈະ​ຕັ້ງ​ເງິນ​ກູ້​ສະ​ເພາະ​ໃນ​ດ້ານພື້ນຖານ​ໂຄງ​ລ່າງ​ຈີນ​—ອາ​ຊຽນຈຳນວນ 10 ຕື້​ໂດ​ລາ​ສະຫະລັດ. ທ່ານ​ກ່າວ​ວ່າ,

"ຈີນ​ກັບ 10 ປະ​ເທດ​ອາ​ຊຽນລ້ວນ​ແຕ່​ຈະ​ກາຍ​ເປັນ​ປະ​ເທດ​ລິ​ເລີ່​ມ​ສ້າງ​ທະນາຄານ​ລົງທຶນ​ໃນ​ພື້ນຖານ​ໂຄງ​ລ່າງ​ອາຊີ (AIIB). ​ໃນ​ເວລາ​ໃຫ້ການ​ສະໜັບສະໜູນ​ດ້ານ​ການທະນາຄານ, ທ່ານຫຼີ​ເຄີ້ສຽງ​ສະ​ເໜີ​ອອກ​ມາ​ວ່າ, ຈີນຈະ​ສະໜອງ​ທຶນ 30 ລ້ານ​ຢວນ​ແກ່​ອາ​ຊຽນ​ໃນ 3 ປີຕໍ່ໜ້າ​ນີ້, ​​ເພື່ອ ໃຊ້​​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມືດ້ານ​​ເສດຖະກິດ​ເຕັກນິກ​ລະຫວ່າງ​ຈີນ—​ອາ​ຊຽນ. ໝາຍ​ຄວາມ​ວ່າ, ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ການ​ສ້າງ​ຄວາມ​ສາມາດ​ແລະການ​ຍົກ​ລະດັບ​ຂອງການ​ຮ່ວມ​ມືດ້ານ​ເສດຖະກິດກັບ​ການ​ເຊື່ອມຈອດ​ກັນ​ດ້ານ​ພື້ນຖານ​​ໂຄງ​ລ່າງຈະ​ເກີດ​ມີ​ສະພາບ​ກາ​ນທີ່​ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ເປັນ​ຢ່າງ​ດີ.​"

ທ່ານ​ຈ່າງ​ຈ້ຽນພິງ​ເຫັນ​ວ່າ, ຂໍ້ສະ​ເໜີ​ຂອງ​ທ່ານຫຼີ​ເຄີ້ສຽງຄື​ການຮ່ວມ​ກັນ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ—ອາ​ຊຽນ, ພະຍາຍາມສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການຍົກ​ລະດັບ​ຂອງເຂດ​ການ​ຄ້າ​ເສລີ​ກ່ອນ​ທ້າຍ​ປີ 2015 ກໍ່​ແມ່ນ​ຈຸດ​ເດັ່ນ​ໃໝ່​ອີກ​ຈຸດ​ໜຶ່ງ.​​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​​ເປັນຂອບ​ການ​ເຈລະຈາ​ການ​ພົວພັນ​ຄູ່​ຮ່ວມເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ຫຼື RCEP ທີ່​ນຳພາ​ໂດຍ​ອາ​ຊຽນ, ​ແລະກໍ່​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊິ​ຟິກ.

ທ່ານ​ໂລ້​ຢົງ​ຄຸ່ນ​ກ່າວ​ວ່າ, ທ່ານ​ຫຼີ​ເຄີ້ສຽງນາຍົກລັດຖະມົນຕີຈີນ​ໄດ້​ໃຫ້​ຂໍ້​ສະ​ເໜີ​ວ່າ, ຈະ​ກຳນົດ​ເອົາ​ປີ 2015 ​ເປັນ​ປີ​​ແຫ່ງ​ການຮ່ວມ​ມື​ທາງ​ທະ​ເລ​ຈີນ-ອາ​ຊຽນ, ​ເພີ່ມ​ທະວີ​ການ​ສົນທະນາ​ແລະການ​ຮ່ວມ​ມື​ກັນ​ລະຫວ່າງ​ອົງການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ຕື່ມ​ອີກ​ເພື່ອ​ສ້າງ​ຕັ້ງ​ສູນ​ການຮ່ວມ​ມື​ທາງ​ທະ​ເລ. ທ່ານໂລ້​ຢົງ​ຄຸ່ນເຫັນ​ວ່າ, ສຳລັບການ​ຮ່ວມ​ມື​ທາງ​ທະ​ເລ​ເອງ, ​ກໍ່​ເປັນ​ການ​ປະດິດສ້າງ​ແບບ​ໃໝ່​ອັນ​ໜຶ່ງ​​ໃນການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ.

"ແຕ່​ກ່ອນ, ມີ​ບາງ​ປະ​ເທດ​ມັກປັ້ນ​ຂ່າວກ່ຽວກັບອັນ​ທີ່​​ວ່າ"ຄວາມ​ຂັດ​ແຍ້​ງທາງ​ທະ​ເລ​ເລື້ອຍໆ, ​ແຕ່​ວ່າຜ່ານຈາກກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ນີ້​ແລ້ວ​ເຫັນ​ໄດ້​ວ່າ, ຜູ້ນຳ​ຂອງ​ພວກ​ຂ້າພະ​ເຈົ້າ​ພວມ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ​​ໃນ​ທາງ​ບວກ."

ທ່ານໂລ້​ຢົງ​ຄຸ່ນ​​ຍັງ​ເຫັນ​ວ່າ, ການ​ທີ່​ທ່ານ​ຫຼີ​ເຄີ້ສຽງ​ສະ​ເໜີ​​ໃຫ້ຈັດ​ການພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ​ໃຫ້​ດີ​ໃນ​ປີໜ້າ​​ແລະ​ຄົ້ນຄວ້າຫາລື​ກັນ​ໃນ​ການສ້າງ​ໂທລະສັບ​ສາຍ​ດ່ວນ​ດ້ານປ້ອງ​ກັນ​ປະ​ເທດຈີນ-ອາ​ຊຽນນັ້ນ, ກໍ​​ແມ່ນ​ຈຸດ​ເດັ່ນ​ຈຸດ​ໜຶ່ງ. ທ່ານ​ກ່າວ​ວ່າ,

"ໃນ​ຮອບ 20 ປີທີ່ຜ່ານມາ​, ຈຸດ​​ເດັ່ນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ແມ່ນ​ໃນ​​ດ້ານ​ເສດຖະກິດ, ປະຈຸ​ບັນ​ພວກ​ເຮົາ ​ມີ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ແລ້ວ, ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ໄດ້​ບັນລຸ​​ເຖິງປະມານ 450 ຕື້​ໂດ​ລາ, ​ແຕ່​ຢູ່​ເບື້ອງ​ຫຼັງ​ຂອງເສດຖະກິດ​ທີ່​ມີຂະໜາດ​​ໃຫຍ່​ປານ​ນີ້, ພວກ​​​ ເຮົາຍັງ​ຂາດ​ການ​ຮັບປະກັນ​ທາງຄວາມປອດ​ໄພ​ຢູ່. ປະຈຸ​ບັນ​, ຜ່ານ​ການພົບ​ປະ​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນ​ແລະ​ການສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ​ດ້ານປ້ອງ​ກັນ​ປະ​ເທດຈີນ-ອາ​ຊຽນ​, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະການ​ເມຶ​ອງລະ​ຫວ່າງຈີ​ນ-ອາ​ຊຽນ ຈະ​ມີການ​ຮັບປະກັນ​ຕື່ມ​ອີກ​, ເຊິ່ງສາມາດ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ລະ​ຫວ່າງຈີນ-ອາ​ຊຽນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ