ທ່ານ​ສີ​ຈີ້​ນຜີ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ G20 ຄັ້ງ​ທີ 9 ​ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ
2014-11-16 15:12:32  cri 

ວັນ​ທີ 15 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດກຸ່ມຊາວ​ປະ​ເທດ ຫຼື G20​ ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ປຣີສປານ​ແຫ່ງ​ອົສຕຣາລີ. ທ່ານ​ສີ​ຈີ້​ນຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ກ່າວ​ຄຳ​ປາ​ໄສ​ອັນ​ສຳຄັນ​ທີ່​ມີຫົວ​ຂໍ້ວ່າ "ຊຸກ​ຍູ້​ການ​ພັດທະນາ​ແບບ​ປະດິດ​ສ້າງ, ບັນລຸ​ໃຫ້​​ມີ​ການ​ເຕີບ​ໂຕ​ຮ່ວມ​ກັນ" ​ໂດຍລິ​ເລິ່ມ​​ໃຫ້ເປັນ​ຄູ່​ພັດທະນາ​ທີ່​ພ້ອມ​ກັນ​ຊຸກ​ຍູ້​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ, ຈັດ​ຕັ້ງ​ປະຕິບັດຍຸດ​ທະ​ສາດ​ການ​ເຕີບ​ໂຕຢ່າງຮອບດ້ານ, ຊຸກ​ຍູ້​​ໃຫ້ເສດຖະກິດ​ໂລກ​ປ່ຽນ​ຈາກການ​ຟື້ນ​ຟູທີ່​ເປັນ​ໄລຍະ ຫັນ​ເປັນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ທ່ານ​ສີ​ຈີ້​ນຜີ​ງກ່າວ​ເນັ້ນ​ວ່າ, ຈີນ​ຈະ​ສືບ​ຕໍ່​ຮັກສາ​ທ່ວງທ່າ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ປະກອບ​ສ່ວນ​ຫຼາຍກວ່າ​​ເກົ່າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ເສດຖະກິດ​ໂລກ​​ໃຫ້​ມີ​ການເຕີບ​ໂຕ.

ຜູ້ນຳ​ສະມາຊິກ​ຕ່າງໆ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຈີນທີ່​ໄດ້​ຕັ້ງໜ້າ​ປັບປຸງ​​ອົງ​ປະ​ກອບ​ເສດຖະກິດ, ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ, ​ເຊື່ອ​ວ່າ​ຈີນ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ​ຈະ​ຊຸກ​ຍູ້​ເສດຖະກິດ​ຈີນ​ໃຫ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ປອດ​ໄສ, ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ເສດຖະກິດ​ໂລກ.

ມື້​ດຽວ​ກັນ, ທ່ານ​ສີ​ຈີ້​ນຜີ​ງຍັງ​ໄດ້​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G20 ​ແລະ​​ໄດ້ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ຫົວ​ຂໍ້​​ການ​ປະຕິ​ຮູບ​ຂອງ​ເສດຖະກິດ.

ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ຈີນ, ອາ​ເມ​ລິ​ກາ ​ແລະ ອົສຕຣາລີ, ກອງ​ປະຊຸມ​ໄດ້​ຮັບຮອງ "ຖະ​ແຫຼ​ງການ​ປຣີສປານ​ກ່ຽວ​ກັບ​ຜູ້ນຳ G20 ຮັບ​ມື​ກັບ​ພະຍາດ​ອີ​ໂປລາ" ​ໂດຍ​ຍ້ອງຍໍ​ບັນດາ​ປະ​ເທດ​​ທີ່ໄດ້​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ, ຮຽກຮ້ອງ​ໃຫ້​​ເພິ່ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ຊາດ, ພ້ອມ​ກັນ​ຮັບ​ມື​ກັບ​ພະຍາດ​ອີ​ໂປລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ