ທ່ານ​ສີ​ຈິ້ນຜິ​ງກ່າວ​ປາຖະກະຖາ​ຢູ່​ລັດຖະສະພາ​ອົສຕຣາລີ
2014-11-17 18:34:05  cri 
ວັນ​ທີ 17 ພະຈິກ​ນີ້, ຢູ່​ສຳນັກງານ​ລັດຖະສະພາ​ອົສຕຣາລີ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາຖະກະຖາ​ພາຍ​ໃນ​ຫົວ​ຂໍ້ "ຮ່ວມ​ມື​ກັນ​ສະ​ແຫວ​ງຫາ​ຄວາມ​​ໃຝ່​ຝັນ​ເພື່ອ​ການ​ພັດທະນາ​ຈີນ-ອົສຕຣາລີ, ຄຽງ​ບ່າ​ຄຽງ​ໄລ່​ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ" ​ໂດຍ​ໄດ້​ຊີ້​​ໃຫ້​ເຫັນ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ ​ແລະ​ນະ​ໂຍບາຍ​ຕໍ່​ອ​າຊີ​ປາຊີ​ຟິກຂອງ​ຈີນ.

​ໃນ​ເວລາ​ກ່າວ​ປາຖະ​ກາະຖາ, ທ່ານ​ສີ​ຈິ້ນຜິ​ງ​ໄດ້​​​ປະກອບ​ຄວາມ​ເຫັນ​ຫຼາຍ​ຂໍ້​ກ່ຽວ​ກັບ​ບັນຫາ​ທີ່​ຄົນ​ທັງຫຼາຍ​ມີ​ຄວາມ​ສົນ​ໃຈ.

ໜຶ່ງ, ຈີນ​ຍຶດໝັ້ນ​ການ​ພັດທະນາ​ໂດຍ​ສັນຕິ​ໂດຍ​ມີ​ຄວາມ​ຕັດສິນ​ໃຈ​ຢ່າງ​​ເດັດດ່ຽວ​ໜຽວ​ແໜ້ນ.

ສອງ, ຈີນ​ຍຶດໝັ້ນ​ການ​ພັດທະນາ​ຮ່ວມ​ກັນ​ໂດຍມີທັດສະນະ​ຄະຕິ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.

ສາມ, ຈີນ​ຍຶດໝັ້ນ​ຊຸກຍູ້​ການຮ່ວມ​ມື​ແລະ​ການ​ພັດທະນາ​ຂອງ​ອາຊີ​ປາຊີ​ຟິກ​ໂດຍ​ຈະ​ປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ​ນີ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.

ໃນ​ຕອນ​ສຸດ​ທ້າຍຂອງ​ປາຖະກະຖາ, ທ່ານ​ສີ​ຈິ້ນຜິ​ງກ່າວ​ເນັ້ນ​ວ່າ, ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ທັງ​ສອງ​ຝ່າຍ​ຈີນ-ອົສຕຣາລີ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈະ​ສາມາດ​ຂ້າມ​ຜ່ານ​ພູ​ສູງ​ແລະ​ທະ​ເລ, ມີ​ຄວາມໝັ້ນຄົງ​ຂະໜົ​ງ​ແກ່ນ​ໂດຍ​ບໍ່​ຢ້ານ​ຕໍ່​ກັບ​ຟ້າ​ຝົນ​ລົມ​ແດງ​ເໝືອນ​ດັ່ງ​ຫີນ​ໃຫຍ່​ອູ​ລູລູທີ່​ພາກ​ໃຕ້​ອົສຕຣາລີ, ​ແລະ​ຍັງ​ມີ​ຍືດຍາວ​ຕໍ່​ເນື່ອງ​ແລະ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນເໝືອນ​ດັ່ງ​ກຳລັງ​​ເມືອງ​ຈີນ ທາງ​ພາກ​ເໜືອ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ