ຈີນ​ແລະ​ອົສຕຣາລີ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ໃນ​ຕົວ​ຈິງ
2014-11-17 18:36:07  cri 
ວັນ​ທີ 17 ພະຈິກ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ກັບ​ທ່ານ​ໂທ​ນີ ອາ​ບັອດ ນາຍົກລັດຖະມົນຕີອົສຕຣາລີ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ກັນ​ຢູ່​ນະຄອນຫຼວງ​ແຄັນ​ເບີຣາ ຂອງ​ອົສຕຣາລີ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ຢືນຢັນ​ການ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອົສຕຣາລີ​ໃນ​ຕົວ​ຈິງ. ພາຍຫຼັງ​ການພົບປະກັນ, ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ຜູ້ນຳ​ສອງ​ປະ​ເທດ, ຜູ້ຕາງໜ້າ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການວ່າ​ດ້ວຍ​ເຈດຕະນາ​ລົມ​ໃນ​ການ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອົສຕຣາລີ​ໃນ​ຕົວ​ຈິງ.

ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອົສຕຣາລີ​ເລີ່​ມດຳ​ເນີນ​ຂຶ້ນ​ມາ​ແຕ່​​ເດືອນ​ເມສາ​ປີ 2005, ​ເປັນ​ການ​ເຈລະຈາສັນຍາ​ການ​ຄ້າ​ເສລີ​ຮອບ ດ້ານ​ແລະ​ມີ​ລະດັບ​ສູງ​ອີກ​ອັນ​ໜຶ່ງທີ່​ຈີນ​​ໄດ້​ສຳ​ເລັດ​ການ​ເຈລະຈາ​ກັບ​ອົງກອນ​ເສດຖະກິດ​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກພາຍຫຼັງ​ທີ່​ໄດ້​ສຳ​ເລັດ​ການ​ເຈລະ​ຈາ​ສັນຍາ​ການ​ຄ້າ​ເສລີ​ຈີນ-ສ ​ເກົາຫຼີ​ແລ້ວ. ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອົສຕຣາລີ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ຮອບ ດ້ານ, ມີ​ຄຸນ​ນະພາ​ບສູງ​ແລະ​ມີ​ຄວາມ​ດຸນ​ດ່ຽງ​ດ້ານ​ຜົນ​ປະ​ໂຫຍ​ດ, ການ​ເຊັນ​ສັນຍາ​ດັ່ງກ່າວ​ນີ້​ຈະ​ເຮັດ​ໃຫ້​​ເສດຖະກິດ​ຂອງສອງ​ປະ​ເທດ​ບັນລຸ​ການ​ຈຸນ​ເຈືອ​ກັນ​ດ້ານ​ທ່າ​ແຮງ ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ຊຸກຍູ້​ໃຫ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ