ທະນາຄານ​ຂອງຈີນ​​ແລະ​ອົສຕຣາລີ​ລົງ​ນາ​ມ​ໃນ​ການ​ຊໍາລະ​ສະ​ສາງ​ດ້ວຍ​ເງິນ​ຢວນ
2014-11-17 18:27:40  cri 

ວັນ​ທີ 17 ພະຈິກ​ນີ້, ທະນາຄານ​ປະຊາຊົນ​ຈີນ ​ແລະ​ທະນາຄານ​ຄັງ​ສໍາຮອງອົສຕຣາລີ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ວ່າ​ດ້ວຍການ​ຮ່ວມ​ມື​ດ້ານ​ການຊໍາລະ​ສະ​ສາງ​ດ້ວຍ​ເງິນ​ຢວນ; ຫຼັງ​ຈາກ​ນັ້ນ, ຈະ​ກໍາ​ນົດທະນາຄານ​ທີ່​ດໍາ​ເນີນ​ທຸລະ​ການ​ຊໍາລະ​ສະ​ສາງ​ດ້ວຍ​ເງິນ​ຢວນຢູ່​ນະຄອນ​ຊິດ​ນີຂອງ​ອົສຕຣາລີ.

​ໃນ​ວັນ​ທີ 17 ພະຈິກ​ນີ້, ທະນາຄານ​ກາງຂອງ​ສອງ​ປະ​ເທດ​ຍັງ​ໄດ້​ເຫັນ​ດີ​ເປີດ​ກວ້າງ​​ເຂດ​ທົດ​ລອງນັກ​ລົງທຶນ​ຕ່າງປະ​ເທດ​ດ້ວຍ​ເງິນ​ຢວນທີ່​ຖືກ​ມາດຖານ ຫຼື RQFII ນັ້ນ ​ໄປ​ເຖິງ​ອົສຕຣາລີ, ມູນ​ຄ່າ​ລົງທຶຶນ​​ໄລຍະ​ຕົ້ນ​​ແມ່ນ 50 ຕື້​ຢວນ. ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ທະນາຄານ​ກາງ​ຂອງ​ຈີນ​ກ່າວ​ວ່າ, ​ນີ້​ແມ່ນການ​ຮ່ວມ​ມື​ດ້ານ​ການ​ເງິນ​ລະ​ຫວ່າງ​ຈີນ​ກັບ​ອົສຕຣາລີ​ໄດ້​ມີ​ບາດກ້າວ​ໃ​ໝ່ ​ເຊິ່ງມີ​ຜົນ​ດີ​ຕໍ່​ວິ​ສາ​ຫະກິດ​ ​ແລະ​ສະ​ຖາ​ບັນ​ການ​ເງິນຂອງ​ຈີນ​ແລະ​ອົສຕຣາລີ​ໃນ​ການ​ເຮັດ​ການ​ຄ້າ​​ໂດຍ​ນໍາ​ໃຊ້​ເງິນ​ຢວນ, ​ສົ່ງ​ເສີມ​ການ​ຄ້າ​ສອງ​ຝ່າຍ ​ແລະອໍານວຍ​ຄວາມ​ສະດວກ​ແກ່​ການ​ລົງທຶນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ