ສ ປ ຈີນ​ໃຫ້ການ​ຊ່ວຍ​ເຫຼືອ​ໂຄງການ​ພັດທະນາ​ກວມ​ລວມນະຄອນຫຼວງ​ວຽງ​ຈັນ
2014-11-22 13:05:09  cri 



ຕອນ​ແລງ​ວັນ​ທີ21ພະຈິກ2014, ທີ່​ຫ້ອງ​ວ່າການ​ລັດຖະບານ​ໄດ້​ຈັດ​ພິທີ​ເຊັນ​ສັນຍາ​ຂອບ ລະຫວ່າງ​ລັດຖະບານ​ສປປລາວ​ແລະ​ລັດຖະບານ​ສປຈີນ ວ່າ​ດ້ວຍ​ສປຈີນ​ສະໜອງ​ເງິນ​ກູ້​ພິ​ເສດ​ໃຫ້​ແກ່​ສປປລາວ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ໂຄງການ​ພັດທະນາ​ກວມ​ລວມນະຄອນຫຼວງ​ວຽງ​ຈັນ. ​ໂຄງການ​ດັ່ງກ່າວ​ເປັນ​ໜຶ່ງ​ໃນ​ໂຄງການ​ບູລິ​ມະ​ສິດ​ທີ່​ຈຳ​ເປັນ​ຮີບ​ດ່ວນ​ຂອງ​ລັດຖະບານ​ລາວ ​ເພື່ອ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ, ປະກອບສ່ວນ​ສ້າງ​ສິ່ງ​ເອື້ອ​ອຳນວຍ​ໃຫ້​ແກ່​ແຜນ​ງານ​ໃຫຍ່​ແລະ​ສຳຄັນ​ຂອງ​ຊາດ​ລາວ, ຄື: ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ60ປີ, ພິທີ​ສະຫຼອງ​ການ​ສະຖາປະນາ​ສປປລາວ​ຄົບຮອບ40ປີ​ໃນ​ປີ2015, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ10ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ປີ2016ທີ່​ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ.

​ໃນ​ພິທີ​ດັ່ງກ່າວ, ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳ​ມາ​ທິການ​ຮ່ວມ​ມື​ລາວ-​ຈີນ​ຕາງໜ້າ​ໃຫ້​ລັດຖະບານ​ລາວ​ແລະ​ທ່ານ​ກວນ​ຮວາປີ​ງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ຕາງໜ້າ​ໃຫ້​ລັດຖະບານ​ຈີນ​ເປັນ​ຜູ້​ຮ່ວມ​ລົງ​ນາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ