ນາຍົກລັດຖະມົນຕີຈີນ​ໄດ້​ຮັບ​ການ​ມອບ​ເສື້ອ​ທີ​ມ​ເຕະບານ FC Bayern Munchen ຂອງ​ເຢຍລະ​ມັນ
2014-11-24 19:13:09  cri 


ວັນ​ທີ 24 ພະຈິກ​ນີ້, ​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ເຈົ້າ​ຄອງ​ລັດ​ຊີ​ໂຮ​ເຟີ​ຂອງ​ເຢຍລະ​ມັນ​ທີ່​ມາຢ້ຽມຢາມ​ຈີນ​, ການ​ພົບ​ປະ​ຄັ້ງ​ນີ້ສອງ​ຝ່າຍ​ໄດ້​ກ່າວ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​​ເຕະບານລະຫວ່າງ​ຈີນ-​ເຢຍລະ​ມັນ. ທ່ານ​ຊີ​ໂຮ​ເຟີ​ກ່າວ​ວ່າ, ທີ​ມ​ເຕະບານ FC Bayern Munchen ຫວັງ​ວ່າ​ຈະ​ໄດ້ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເຕະບານ​ຢູ່​ຈີນ​ໃນ​ປີ 2015 , ​ແລະ​ຍິນ​ດີ​ຊ່ວຍ​ເຫຼືອ​ຈີນ​ໃນ​ການ​ຝຶກ​ອົບຮົມ​ນັກ​ກິ​ລາ​ເຕະບານ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຫວັງ​ວ່າ​ຈະມີ​ມື້​ໃດ​ມື້ໜຶ່ງ, ທີ​ມ​ເຕະບານ​ຂອງສອງ​ປະ​ເທດ​​ເຢຍລະ​ມັນ​ແລະຈີນ​ສາມາດ​ແຂ່ງຂັນ​ກັນຢູ່​ສະໜາມແຂ່ງຂັນ​ເຕະບານ​ໂລກຮອບ​ຊີງ​ຊະນະ​ເລີດ​. ທ່ານ​ຫຼີ​ເຄີ້ສຽງ​ຕອບ​ໂຕ້​​ວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​ເຢຍລະ​ມັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ກິລາ, ການ​ຮ່ວມ​ມື​ລະຫວ່າງ​ຈີນ-​ເຢຍລະ​ມັນ​ຈະ​ເປັນໂອກາດ​ບໍ່​ວ່າ​ເວົ້າ​ສຳລັບ​ສອງ​ຝ່າຍ​ຫຼື​ວ່າທົ່ວ​ໂລກ. ພາຍຫຼັງສິ້ນ​ສຸດ​ການ​ເຈລະ​ຈາ, ​ເຈົ້າ​ຄອງ​ລັດ​ຊີ​ໂຮ​ເຟີ​ຂອງ​ເຢຍລະ​ມັນ​ໄດ້​ມອບ​ເສື້ອ​​ເຕະບານ​ເລກ 8 ຂອງ​ທີ​ມ FC Bayern Munchen ທີ່ພິມນາມ​ຂອງ​ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ້ສຽງ​ໃສ່ ພ້ອມ​ດ້ວຍການ​ລົງ​ນາມ​ຂອງ​ນັກ​ກິລາ​ຂອງ​ທີ​ມທຸກ​ຖ້ວນ​ໜ້າ​ໃຫ້​ແກ່ທ່ານ​ຫຼີ​ເຄີ້ສຽງ.
1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ