ປະທານ​ພັກ MCA ກ່າວ​ວ່າ ມາ​ເລ​ເຊຍ​ນັບ​ມື້​ນັບຈະມີການ​ຫຼອມລວມ​ເຂົ້າກັນ
2014-11-25 18:31:46  cri 
ວັນ​ທີ 24 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ທ່ານ​ລຽວຈົ່ງ​​ໄລ, ປະທານ​ພັກສະມາຄົມ​ຊາວ​ຈີນ​ມາ​ເລ​ເຊຍ (Malaysian Chinese Association)ຫຼື MCA ຊຶ່ງ​ເປັນ​ພັກ​ການ​ເມືອງ​ຊາວ​ຈີນ​ຕ່າງດ້າວ​ທີ່​ໃຫຍ່​ທີ່​ສຸດຢູ່​ມາ​ເລ​ເຊຍໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄຳ​ເວົ້າ​ຂອງ​ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່ຽວ​ກັບການ​ທີ່​ລັດຖະບານ​ມາ​ເລ​ເຊຍຈະ​ບໍ່​ປິດ​ໂຮງຮຽນຊັ້ນ​ປະຖົມຂອງ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ມາ​ເລ​ເຊຍ. ທ່ານ​ລຽວຈົ່ງ​ໄລກ່າວ​ວ່າ, ມາ​ເລ​ເຊຍ​​ເປັນ​ປະ​ເທດ​ທີ່​ມີ​ຊື່​ສຽງ​ໂດ່​ງ​ດັງ​ໃນ​ດ້ານ​ມີ​ວັດທະນະທຳ​ຫຼາຍ​ເຄົ້າ​ຈະ​ນັບ​ມື້​ນັບ​ມີ​ການ​ຫຼອມລວມ​ເຂົ້າກັນ.

ທ່ານ​ກ່າວ​ວ່າ, ຖະ​ແຫຼ​ງການ​ຂອງ​ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ​ໃນ​ວັນ​ທີ 23 ພະຈິກ​ນີ້​ໄດ້​ເນັ້ນ​ໜັກ​ສັນຍາ​ທາງ​ສັງຄົມ (socialcontracts) ​ຂອງ​ມາ​ເລ​ເຊຍ​​ໄດ້ຖື​ລັກສະນະ​ແບບຫຼອມ​ລວມ​ເຂົ້າກັນ​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ. ທ່ານ​ລຽວຈົ່ງ​​ໄລ​ກ່າວ​ວ່າ, ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ທີ່ມີ​ວັດທະນະທຳ​ຫຼາຍ​ເຄົ້າ​ແລະ​ອຸດົມສົມບູນ, "ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ໄດ້ດຳລົງ​ຊີວິດ​ຮ່ວມ​ກັນ​ພາຍ​ໃຕ້​ສະພາບ​ທີ່​ສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ​ແລະສະ​ຫງວນສິ່ງ​ທີ່​ຕ່າງ​ກັນ ​ແລະ ຕ່າງ​ກໍ່ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ. ມີ​ແຕ່​ເຮັດ​ແນວ​ນີ້, ພວກ​ຂ້າພະ​ເຈົ້າ​ຈຶ່ງ​ຈະສາມາດ​ຂຸດ​ຄົ້ນ​ສິ່ງ​ທີ່​ຄື​ກັນ​ລະຫວ່າງ​ຊົນ​ຊາດ​ຕ່າງໆ​ໃຫ້​ຫຼາຍ​ກວ່າ​ເກົ່າ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຊົນ​ຊາດ​ຕ່າງໆ, ສົ່ງ​ເສີມ​ຄວາມ​ສາມັກຄີ​ກັນ, ​ແລະຮ່ວມ​ກັນ​ພັດທະນາ​ປະ​ເທດ. "
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ