ປະ​ເທດ​ຕ່າງໆ​ຢູ່​ອາຊີ​ຊົມ​ເຊີຍການ​ສ້າງຕັ້ງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ
2014-11-25 11:18:31  cri 

ວັນ​ທີ 24 ພະຈິກ​ນີ້, ຢູ່​ນະຄອນ​ດູ​ໄ​ບຂອງອາຣັບ​ເອມີ​ເຣດ, ທ່ານ​ໂຈ່​ວ​ເຫ​ວີນຈົ້ງ, ​ເລຂາທິການ​ໃຫຍ່​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ​ກ່າວ​ວ່າ, ປະ​ເທດ​ຕ່າງໆ​ຢູ່​ອາຊີ​ຊົມ​ເຊີຍ​ການສ້າ​ງຕັ້ງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ໂດຍ ທົ່ວ​ໄປ, ການ​ສ້າງ​ຕັ້ງ​ທະນາຄານ​ແຫ່ງ​ນີ້​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ອາຊີ​ໃນ​ດ້ານ​ການ​ກໍ່ສ້າງ​ພື້ນ​ຖານ​ໂຄ​ງລ່າງ ​ແລະ​ບັນລຸ​ຄວາມ​ຈະ​ເລີ​ນຮ່ວມ​ກັນ​ຂອງ​ພາກ​ພື້ນ​ນີ້.

​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ຂອງ​ເວ​ທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ໃນ​ມື້ດຽວ​ກັນ​, ທ່ານ​ໂຈ່​ວ​ເຫວີ​ນຈົ້ງ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ປັດຈຸບັນ, 21 ສະມາ​ຊິກ ​ເຊັ່ນ​ຈີນ, ອິນ​ເດຍ ​ແລະ​ສິງກະ​ໂປ​ໄດ້​ເຊັນ​ບົດ​ບັນທຶກ​ວ່າ​ດ້ວຍ​ການ​ສ້າງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີຢ່າງ​ເປັນ​ທາງ​ການ ​ແລະ​ວາງ​ແຜນ​ຈະ​ປະຕິບັດ​ວຽກ​ງານ​ດັ່ງ​ກ່າວກ່ອນ​ທ້າຍ​ປີ 2015. ປະ​ເທດ​ທີ່​ກ່ຽວຂ້ອງ​ຢູ່​ອາຊີລ້ວນ​ແຕ່​ມີ​ທ່າ​ທີ​ຊົມ​ເຊີຍ​ຕໍ່​ການສ້າງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ.
ທ່ານ​ໂຈ່​ວ​ເຫ​ວີນຈົ້ງ​ຊີ້​ອອກ​ວ່າ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ຫຼາຍ​ປະ​ເທດ​ຢູ່​ອາຊີ​ກໍາ​ລັງ​ຕົກ​ຢູ່​​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ການ​ຂາດ​​ງົບປະມານ, ການ​ກໍ່ສ້າງ​ທະນາຄານ​ດັ່ງກ່າ​ວຈະ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ