ອູ​ແກຣນຈະ​ລົງ​ປະຊາ​ມະຕິ​ທົ່ວ​ປວງຊົນ​ເພື່ອ​ຕົກລົງ​ວ່າ​ຈະ​ເຂົ້າຮ່ວມ​ກຸ່ມ​ນາ​ໂຕຫຼືບໍ່
2014-11-25 17:19:30  cri 
    ວັນ​ທີ 24 ພະຈິກ​ນີ້, ທ່ານ​ເປ​ໂຕຣ ​ໂປ​ໂຣ​ເຊັນ​ໂຄ ປະທານາທິບໍດີ​ອູ​ແກຣນ ກ່າວ​ວ່າ, ຈະ​ລົງ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ເພື່ອ​ຕົກລົງ​ວ່າ​ ອູ​ແກຣນຈະ​ເຂົ້າຮ່ວມ​ກຸ່ມ​ນາ​ໂຕຫຼືບໍ່.

    ມື້​ດຽວ​ກັນ, ຢູ່​ທີ່​ລາ​ໄຮ, ທ່ານ​ເຈັນ​ເຊ ສະ​ໂຕ​ເທັນ​ເບີກ ​ເລຂາທິການ​ໃຫຍ່​ກຸ່ມ​ນາ​ໂຕ​ກ່າວ​ວ່າ, ນະ​ໂຍບາຍ​ເປີດ​ປະຕູ​ຂອງ​ກຸ່ມ​ນາ​ໂຕ ​ໄດ້​ຮັບ​ຜົນສຳ​ເລັດຫຼາຍ​ໃນ 20 ປີ​ທີ່​ຜ່ານ​ມາ, ດຽວ​ນີ້, ປະຕູ​ດັ່ງກ່າວ​ຍັງ​ໄຂ​ຢູ່​ຄື​ເກົ່າ. ກອງ​ປ​ະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ນາ​ໂຕ​ທີ່​ໄຂ​ຂຶ້ນຢູ່​ບຸ​ຍກາ​ເລັດ​​ເຄີຍ​ຕົກລົງ​ວ່າ, ຖ້າ​ອູ​ແກຣນຍິນ​ດີ​ແລະ​ສອດຄ່ອງ​ກັບ​ມາດຖານ​ທີ່​ຈຳ​ເປັນ, ອູ​ແກຣນກໍ​ຈະ​ກາຍ​ເປັນ​ສະມາຊິກ​ຂອງ​ກຸ່ມ​ນາ​ໂຕ​ໄດ້. ທ່ານ​ສະ​​ໂຕ​ເທັນ​ເບີກ​ກ່າວ​ເນັ້ນວ່າ, ທ່ານ​ຈະ​ເຄົາລົບ​ການ​ຕົກລົງ​ຂອງ​ອູ​ແກຣນ.

    ຫວ່າງ​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ຂອງ​ອູ​ແກຣນ​ໄດ້​ປະກາດ​ຜົນ​ການ​ສຳຫຼວດຄວາມ​ຄິດ​ເຫັນ​ຂອງປະຊາຊົນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຖ້າ​ຫາກ​ຈັດການ​​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ໃນ​ປັດຈຸບັນ, ຈະ​ມີ​ປະຊາຊົນ​ອູ​ແກຣນ 51% ​ເຫັນ​ດີ​ນຳ​ການ​ເຂົ້າຮ່ວມ​ກຸ່ມ​ນາ​ໂຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ