ທາງ​ລົດ​ໄຟ​ຈີນ-​ຫວຽດນາມ​ສາຍ​ທີ​ສອງ​ຕອນ​ພາຍ​ໃນ​ປະ​ເທດ​ຈີນ​​​ໄດ້ເປີດ​ການ​ບໍລິການ​ລົດ​ໄຟ​ຜູ້​ໂດຍສານ​
2014-12-11 16:03:43  cri 
    ວັນ​ທີ 10 ທັນວາ​ນີ້, ລົດ​ໄຟ​ຖ້ຽວ K9832 ​ໄດ້​ເລີ່​ມ​ແລ່ນຈາກ​ສະຖານີ​ລົດ​ໄຟ​ຄຸນ​ມິ​ງ​ແຂວງ​ຢູນນານ​ຈີນ ​ເພື່​ອໄປ​ສູ່​ເມືອງ​ເຮີ​ໂຂ​ທີ່ຢູ່​ຊາຍ​ແດນ​ຈີນ-​ຫວຽດນາມ, ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ທາງ​ລົດ​ໄຟ​ຈີນ-​ຫວຽດນາມ​ສາຍ​ທີ​ສອງ​ຕອນ​ພາຍ​ໃນ​ປະ​ເທດ​ຈີນ, ຄື​ທາງ​ລົດ​ໄຟ​ລາງ​ມາດຕະຖານ​ແຕ່​ນະຄອນ​ຄຸນ​ມິ​ງຫາ​ເມືອງ​​ເຮີ​ໂຂ ​ໄດ້​ເປີດ​ການ​ບໍລິການ​ຂົນ​ສົ່ງ​ຜູ້​ໂດຍສານ​ໝົດ​ຕອນ​ແລ້ວ.

    ທາງ​ລົດ​ໄຟ​ແຕ່​ນະຄອນ​ຄຸນ​ມິ​ງ​ແຂວງ​ຢູນນານ​ຜ່ານ​​ເມືອງ​​ເຮີ​ໂຂ​ໄປ​​ເຊື່ອມ​ຕໍ່​ກັບ​ຫວຽດນາມ​ນັ້ນ ​ແມ່ນ​ທາງ​ລົດ​ໄຟ​ສາກົນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ສາຍ​ທີ​ສອງ ​ເຊິ່ງຖັດຈາກ​ສາຍ​ແຕ່​ນະຄອນ​ນານ​ນິງ​ເຂດ​ກວາ​ງຊີ​ຜ່ານ​ເມືອງ​ພິງ​ຊຽງ​ໄປ​ເຊື່ອມ​ຕໍ່​ກັບ​ຫວຽດນາມ​ທີ່​ເປັນ​ສາຍ​ທຳ​ອິດ. ວັນ​ທີ 1 ທັນວາ​ປີ​ນີ້, ທາງ​ລົດ​ໄຟ​ຈີນ-​ຫວຽດນາມ​ສາຍ​ທີ​ສອງ​ຕອນ​ສຸດ​ທ້າຍ​ພາຍ​ໃນ​ປະ​ເທດ​ຈີນ ​ເຊິ່ງ​​ເລີ່​ມຈາກ​ເມືອງ​ເໝີ​ງຈື້​ໄປ​ສູ່​ເມືອງ​​ເຮີ​ໂຂ ​ໄດ້​ເປີດ​ການ​ບໍລິການ​ຢ່າງ​ເປັນ​ທາງ​ການ, ​ໂດຍ​ໄດ້​ແລ່ນ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ກ່ອນ. ທາງ​ລົດ​ໄຟ​ແຕ່​ເມືອງ​ເໝີ​ງຈື້​ໄປ​ຫາ​ເມືອງ​​ເຮີ​ໂຂ​ມີ​ຄວາມ​ຍາວ​ທັງ​ໝົດ 140 ກວ່າ​ກິ​ໂລ​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ