ເປີດ​ການ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ຢູ່​ແຂວງ ອຸດົມ​ໄຊ
2014-12-13 20:42:26  cri 

ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ​ໄດ້​​ເປີດ​ຂື້ນ​ໃນ​ວັນ​ທີ 13 ທັນວາ​ 2014 ຢູ່​ແຂວງ ອຸດົມ​ໄຊ, ​ໂດຍ​ການ​ເຂົ້າ​ຮ່ວມຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແຫ່ງ​ສປປ ລາວ, ທ່ານ ສົມ​ສະຫວາດ​ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ທ່ານ ດຣ ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນ ຕີ, ລັດຖະມົນຕີ​ວ່າການ ກະຊວງ ສຶກສາ​ທິການ ​ແລະ ກິລາ ພ້ອມ​ດ້ວຍບັນ ດາ​ແຂກ​ທີ່ືກ​ເຊີນ ​ແລະ ມວນ​ຊົນ​ຊາວ​ອຸດົມ​ໄຊ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼວງ ຫຼາຍ.

ທ່ານ ຄຳຫຼ້າ ລິ້ງນະ​ສອນ ​ເຈົ້າ​ແຂວງ ອຸດົມ​ໄຊ, ປະທານ​ກຳມະການ ຈັດ​ງານ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ​ໄດ້​ຂື້ນກ່າວ​ລາຍ​ງານ​ການກຽມຄວາມ​ພ້ອມ ຈັດ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ນີ້ວ່າ: ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ X ຫຼື ອຸດົມ​ໄຊ​ເກ​ມ ​​ແມ່ນຖື​ເປັນ​ຄັ້ງ​ປະຫວັດສາດ​ທີ່​ແຂວງ ອຸດົມ​ໄຊ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ, ​ເປັນ​ໂອກາດ​ອັນ​ດີ ທີ່​ທົ່ວ​ພັກ-ທົ່ວ​ລັດ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດພ້ອມ​ຈິດ​ໃຈ​ເຂົ້າ​ສູ່​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ ​ໃຫຍ່​ຄັ້ງ​ທີ 9 ຂອງພັກ, ​ແລະ ​ເປັນ​ການ​ສ້າງ​ຂະ​ບວນການ​ຕ້ອນຮັບ​ວັນ ສຳຄັນ​ຂອງ​ຊາດ ​ເປັນ​ຕົ້ນ​ແມ່ນ​ວັນຊາດ ຄົບຮອບ 39 ປີ, ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໄກສອນ​ພົມວິຫານ ​ແລະ ອື່ນໆ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ.


ພາຍຫຼັງການ​ຂື້ນກ່າວ​ລາຍ​ງານ​ຂອງ ທ່ານ ຄຳຫຼ້າ ລິ້ງນະ​ສອນ ​ເຈົ້າ​ແຂວງ ອຸດົມ​ໄຊ, ປະທານ​ຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ x ​ແລ້ວ, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງສປປ ລາວ ​ກ່າວ​ວ່າ: ຂໍ​ຊົມ​ເຊີຍ ຄະນະ​ນຳອຳ​ນາດການ​ປົກຄອງແຂວງອຸດົມ​ໄຊ ທີ່​ພ້ອມ​ຈິດ​ໃຈ​ເປັນ​ເຈົ້າພາບ​ທີ່​ດີ​ໃນ​ການຈັດ​ງານ​ແຂ່ງຂັນ​ກິລາຄັ້ງ​ນີ້, ​ເຊື່ອ​ວ່າ, ງານ​ກິລາ​ແຫ່ງ​ຊາດຄັ້ງນີ້ ຈະ​​ເປັນການໂອບ​ເອື້ອຍອາລີ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ