ກອງທັບ​ຄອງຫຼຽນຄຳ​ເປ​ຕັງ​ທີ​ມຊຸດ​ຊາຍ, ສ່ວນທີ​ມຊຸດ​ຍິງ​ຕົກ​ເປັນ​ຂອງ ປກສ
2014-12-15 15:55:33  cri 

ນັກ​ກິລາ​ເປ​ຕັງ​ທີ​ມຊຸດ​ຊາຍ​ຈາກ ກະຊວງ​ປ້ອງ​ກັນ​ປະ​ເທດຫຼືກອງທັບ ​ໂຊ​ຟອມ​​ໄດ້ເຫນືອກວ່າກະຊວງ​ພາຍ​ໃນເມື່ອ​ແຂ່ງ​ລ່ອງ​ສຸດ​ທ້າຍ​​ເອົາ​ຊະນະ​​ໄປ 13-9, ສ່ວນປະເພດທີມຊຸດຍິງຕົກເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ, ຫຼັງເອົາຊະນະແຂວງໄຊຍະບູລີໄປແບບບໍ່ເຫັນຝຸ່ນ 13-0.



ການ​ແຂ່ງຂັນ​ເປ​ຕັງ​ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ X ຫຼື ອຸດົມ​ໄຊ​ເກ​ມ, ມາ​ຮອດ​ວັນ​ທີ 14 ທັນວາ​ນີ້ ​ເປັນ​ມື້​ສຸດ​ທ້າຍຂອງ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ດັ່ງກ່າວ ​ໂດ​ຍມີ 2 ລາຍການ​ໃຫ້​ຊີງ​ໄຊ​ກັນ​ປະກອບ​ມີ: ຊຸດ​ຕິ້ງ ຍິງ-ຊາຍ ​ແລະ ທີ​ມຊຸດ ຍິງ-ຊາຍ.



ປະ​ເພດ​ຊຸດ​ຕິ້ງ ຊາຍ ຮອບ​ຊີງ​ຊະນະ​ເລີດ​ເປັນ​ການ​ໂຄຈອນ​ມາ​ພົບ​ກັນ​ລະຫວ່າງ ທ້າວ​ສຸ​ລິ​ກັນ ຈັນທະ​ວົງ ຈາກ​ແຂວງ​ອັດ​ຕະປືທີ່​ເອົາ​ຊະນະ​ນັກ​ກິລາຈາກ​ແຂວງ​ວຽງຈັນ​ມາ​ໃນ​ຮອບ​ຮອງ​ຊະນະ​ເລີດ ພົບ​ກັບ ທ້າວ ພູ​ເພັດ ອິນ​ທະ​ວົງ ຈາກ​ແຂວງ ສະຫວັນ​ນະ​ເຂດ ທີ່​ເອົາ​ຊະນະ​ນັກ​ກິລາ​ຈາກ​ແຂວງ​ຜົ້ງ​ສາລີ​ ມາ​ໃນ​ຮອບ​ຮອງ. ຜົນ​ປະກົດ​ວ່າ ທ້າວ ສຸ​ລິ​ກັນ ​ເອົາ​ຊະນະ​ໄປ​ຢ່າງ​ຂາດ​ລອຍ 34-21 ຄະ​ແນນ​ໄດ້ຄອງຫຼຽນຄຳ, ສ່ວນຫຼຽນທອງ ຕົກ​ເປັນ​ຂອງ​ແຂວງ​ຜົ້ງ​ສາລີ ​ແລະ ​ແຂວວຽງຈັນ.



ສ່ວນຄູ່ຊີງ​ເພດ​ຍິງເປັນ​ການ​ພົບກັນລະຫວ່າງ ນາງ ຄູນຄຳ ສຸກສະຫວັດ ຈາກ ປກສ ພົບກັບ ນາງ ສີພະຈັນ ແກ້ວວົງກົດ ຈາກແຂວງຄຳມ່ວນ ເຊິ່ງຄູ່ນີ້​ແມ່ນ​ມີ​ສີມື​ພໍ​ພໍ​ກັນຈົນຈົບເກມການແຂ່ງຂັນສະເຫມີກັນ 33-33 ຄະ​ແນນ ​ແຕ່​ກຳມະການ​ໃຫ້​ນັກ​ກິລາ​ຈາກ ປກສ ຊະນະ ​ເນື່ອງ​ຈາກ​ວ່າ​ໃນ​​ໄລຍະຕີຕະຫຼອດເກມ​ແມ່ນມີ​ລູກ​ຈອດ​ສອງ​ລູກ ​ເຊິ່ງອີງ​ຕາມ​ກະຕິ​ກາແລ້ວ, ຫາກ​ຄະ​ແນນ​ສະ​ເຫມີ​ກັນ ຜູ້​ຕີ​ຈອດຫຼາຍລູກ​ກວ່າ ຈະ​ເປັນ​ຝ່າຍ​ຊະນະ​ ຈຶ່ງສົ່ງຜົນໃຫ້ນັກກິລາ ຈາກ ປກສ ໄດ້ຫຼຽນຄໍາໄປ​ຄອງ, ສ່ວນຫຼຽນທອງ​ຕົກ​ເປັນ​ຂອງ​ແຂວງ​ຈຳປາ​ສັກ ​ແລະ ສາລະ​ວັນ.



ສ່ວນປະ​ເພດ​ທີ​ມຊຸດຍິງ ​ເປັນການ​ໂຄຈອນ​ມາ​ພົບ​ກັນ​ລະຫວ່າງ ປກສ ພົບ​ກັບ​ແຂວງ​ໄຊ​ຍະ​ບູລີ ​ເຊິ່ງ ປກສ ​ເອົາ​ຊະນະ​ໄປ​ຢ່າງ​ງາມ 13-0 ສົ່ງ​ຜົນ​ໃຫ້​ປກສ ຄອງຫຼຽນຄຳ, ສ່ວນຫຼຽນ​ທອງ​ ຕົກເປັນຂອງແຂວງ​ເຊ​ກອງ ​ແລະ ສະຫວັນ​ນະ​ເຂດ.


​ໃນຂະນະ​ທີ່​ທີ​ມຊາຍ ​ເປັນ​ການພົບ​ກັນ​ລະຫວ່າງ ກອງທັບ ພົບ​ກັບ​ກະຊວງ​ພາຍ​ໃນ ​ໂດຍກອງທັບ​ຂຶ້ນ​ນຳ​ກ່ອນ 2-0 ​ແຕ່​ລ່ອງ​ຖັດມາ, ກະຊວງ​ພາຍ​ໃນ​ຕີ​ສະ​ເຫມີ​ເປັນ 2-2 ຈາກນັ້ນ ກອງທັບກໍເກັບໄດ້ 6 ຄະ​ແນນ​ເຕັມ​ໃນ​ລ່ອງ​ຖັດມາ ​ເຮັດ​ໃຫ້​ຫນີ​ຫ່າງ​ເປັນ 8-2 ​ແຕ່​ກະຊວງ​ພາຍ​ໃນ​ກໍ​ບໍ່​ຍອມ​ງ່າຍໆ ​ເກັບ​ເພີ່ມ​ລ່ອງ​ລະ 3 ຄະ​ແນນ ​ໃນ 2 ລ່ອງ​ຖັດມາ ​ເຮັດ​ໃຫ້​ຕີ​ສະ​ເຫມີ​ເປັນ 8-8 ​​ແຕ່​ຫນ້າ​ເສຍດາຍ​ໃນ​ລ່ອງ​ຖັດມາ, ກອງທັບ​ສາມາດ​ເກັບ 5 ຄະ​ແນນ​ແຊງ​ເຂົ້າ​ປ້າຍ​ແບບ​ເຫຼືອ​ເຊື່ອ​ ຈົບ​ເກ​ມ 13-8 ຄອງຫຼຽນຄຳ​ໄດ້​ສຳ​ເລັດ, ສ່ວນຫຼຽນທອງ ຕົກເປັນຂອງ ​ແຂວງ​ວຽງຈັນ ​ແລະ ປກສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ