ນາງ ບຸດສະດີ ວົງດາລາ ດາວເດັ່ນ ກິລາແລ່ນ-ລານ
2014-12-15 16:03:19  cri 

 



ວັນທີ 15 ທັນວານີ້, ທີ່ສະໝາມກິລາ ແຂວງ ອຸດົມໄຊ. ນາງ ບຸດສະດີ ວົງດາລາ ນັກກິລາ ຈາກນະຄອນຫຼວງວຽງຈັນ ດາວເດັ່ນ ໃນງານມະຫາກໍາກິລາ ແຫ່ງຊາດ ຄັ້ງທີ 10 ໄດ້ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ງານກິລາຄັ້ງນີ້, ໄດ້ລົງແຂ່ງທັງໝົດ 4 ລາຍການ ຄື: ແລ່ນ 400 ແມັດ, ແລ່ນ 100 ແມັດ,  4 X 100 ແມັດ ແລະ 4 X 4 ແມັດ ແລະ ຕົນເອງໄດ້ເຮັດສຸດຄວາມສາມາດ​ແລະ​ສາມາດຍາດໄດ້ 4 ຫຼຽນຄຳ, ມາໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ໄດ້ຊື່ນຊົມຢ່າງບໍ່ຜິດວຫັວງ.



ຜ່ານມາ, ໄດ້ເຂົ້າຮ່ວມການແຂ່ງຂັນແລ່ນ 100 ​ແມັດໃນງານມະຫາກຳກິລາ​ແຫ່ງ​ຊາດຄັ້ງທີ 9 ທີ່ແຂວງຫຼວງພະບາງ ໄດ້ຮັບຫຼຽນເງິນ. ສໍາລັບປະເພດ 400 ແມັດ, ທຳສະຖິຕິໄດ້ 1'42" (ໜຶ່ງນາທີ 42 ວິນາທີ) ແລະ ໄດ້ຮັບຫຼຽນຄຳໄປຄອງ, ເປັນການທຳລາຍສະຖິຕິ ໃນງານມະຫາກຳກິລາຄັ້ງທີ 9 ທີ່ແຂວງຫຼວງພະບາງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ