ນະຄອນຫລວງຍາດຕື່ມອີກ 3 ຫລຽນຄຳ ປະເພດກິລາແລ່ນ -ລານ ໃນງານກິລາແຫ່ງຊາດ ຄັ້ງທີ 10
2014-12-15 16:46:07  cri 

ນະຄອນຫລວງຍາດຕື່ມອີກ 3 ຫລຽນຄຳ ປະເພດກິລາແລ່ນ -ລານ ໃນງານກິລາແຫ່ງຊາດ ຄັ້ງທີ 10

ວັນທີ 15 ທັນວານີ້, ທ່ານ ວິລັດ ບຸດສິງຄຳ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ CRI ວ່າ: ງານມະຫາກຳກິລາແຫ່ງຊາດຄັ້ງນີ້, ພວກເຮົາໄດ້ສົ່ງນັກກິລາແລ່ນ-ລານ ເຂົ້າແຂ່ງຂັນທັງຫມົດ 34 ຄົນ, ຍິງ 18 ຄົນ. ຜົນການແຂ່ງຂັນມາຮອດວັນທີ 14 ທັນວານີ້ ຍາດໄດ້ຕື່ມອີກ 3 ຫລຽນຄຳ ປະເພດ 400 ແມັດຍິງ, 400 ແມັດຊາຍ ແລະ 800 ແມັດຍິງ.

ທ່ານ ວິລັດ ບຸດສິງຄຳ ກ່າວຕື່ມອີກວ່າ: ຈະຍາດໃຫ້ໄດ້ຫລຽນຕື່ມອີກ ເທົ່າທີ່ຈະເຮັດໄດ້ ໃນປະເພດ 100 ແມັດ ຍິງ-ຊາຍ, 10 ພັນແມັດຊາຍ- ຍິງ ແລະ 4 ຄູນ 4 ຍິງ. ເຊິ່ງຈະມີການແຂ່ງຂັນ ໃນ ວັນທີ 15 ທັນວານີ້.ປະຈຸບັນ, ນະຄອນຫລວງຄອງອັນດັບທີຫນື່ງ ປະເພດກິລາແລ່ນ-ລານ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 10.ຂໍຂອບໃຈ ບໍລິສັດ ອີຊຸຊູລາວ ບໍລິການ ຈຳກັດຜູ້ດຽວ ທີ່ໃຫ້ການສະໜັບສະນູນລາຍງານຂ່າວ ຂອງ CRI

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ