ກະຊວງ ປກຊ, ຄວ້າອີກ 1 ຫຼຽນຄຳ ໃນການແຂ່ງຂັນກິລາມວຍສາກົນ
2014-12-15 17:50:25  cri 


ວັນທີ 15 ທັນວານີ້, ທີ່ເດີ່ນມວຍ ແຂວງອຸດົມໄຊ ໄດ້ມີການແຂ່ງຂັນຊີງຫຼຽນຄຳ ທັງໝົດ 11 ຫຼຽນ. ມີທັງໝົດ 11 ຄູ່, ໃນນັ້ນຍິງ 5 ຄູ່, ມວຍສາກົນຍິງ ມີລຸ້ນນ້ຳໜັກ 46 ກິໂລ, 48 ກິໂລ, 50 ກິໂລ, 51 ກິໂລ ແລະ ລຸ້ນ 55​ ກິໂລ. ສ່ວນລຸ້ນ 51 ກິໂລ, ເປັນການພົບກັນລະຫວ່າງ ນາງ ເຄືອວັນ ນັກກິລາຈາກກະຊວງ ປກສ ( ສີແດງ ) ກັບ ນາງ ວິໄລພອນ ຕາວັນ ຈາກກະຊວງ ປກຊ ( ສີຟ້າ). ຜ່ານການສົກຢ່າງດຸເດືອດ ຜົນປະກົດວ່ານາງ ວິໄລພອນ ສາມາດເອົາຊະນະນັກກິລາຈາກກະຊວງ ປກສ ດ້ວຍ 3-0 ຄະແນນ. ຄວ້າໄດ້ ອີກ 1 ຫຼຽນຄຳ ໃຫ້ແກ່ ກະຊວງ ປກຊ.



ການແຂ່ງຂັນຄັ້ງນີ້, ເຮັດໃຫ້ຜູ້ຊົມຜູ້ເຊຍສ້າງຂະບວນຟົດຟື້ນ, ມ່ວນຊື່ນຕາມຂອບສະໝາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ