ເຈົ້າພາບອຸດົມໄຊ ຕັ້ງເປົ້າຄວ້າ 25 ຫຼຽນຄຳໃນງານມະຫາກຳກິລາແຫ່ງຊາດຄັ້ງທີ 10
2014-12-15 17:53:05  cri 

ໃນວັນທີ 14 ທັນວານີ້, ທ່ານ ໂອວາດ ຈັນທະວົງ, ຫົວໜ້າກອງເລຂາ ຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 10 ແຂວງອຸດົມໄຊ ໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ: ໃນການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 10 ນີ້, ແຂວງ ອຸດົມໄຊ ຕັ້ງຄວາມຫວັງຈະຄວ້າໃຫ້ໄດ້ 25 ຫຼຽນຄຳ, ຊຶ່ງຈະເປັນຜົນງານທີ່ດີທີ່ສຸດ ຂອງນັກກິລາແຂວງຍາດໄດ້  ໃນການແຂ່ງຂັນກິລາທຸກຄັ້ງຜ່ານມາ, ພິເສດແມ່ນ ກິລາບານເຕະ ທີ່ທາງແຂວງໄດ້ຕັ້ງຄວາມຫວັງໄວ້ວ່າ ຈະສາມາດຍາດໄດ້ຫຼຽນລາງວັນໃດໜຶ່ງ, ຊຶ່ງທາງແຂວງກໍໄດ້ມີການກຽມອັດສິດແກ່ນັກກິລາທຸກຄົນທີ່ຄວ້າຫຼຽນໄດ້ ເພື່ອເປັນການສ້າງຊື່ສຽງໃຫ້ກັບແຂວງ ອຸດົມໄຊ ກໍຄື ປະຊາຊົນພາຍ​ໃນ​ແຂວງ​ເຈົ້າພາບ.



ທ່ານ ໂອວາດ ຈັນທະວົງ ໃຫ້ຮູ້ວ່າ: ໃນງານມະຫາກຳກິລາແຫ່ງຊາດຄັ້ງທີ 10 ນີ້, ມີຄວາມໝາຍສຳຄັນ ແລະ ເປັນຄັ້ງປະຫວັດສາດທີ່ແຂວງ ອຸດົມໄຊ ໄດ້ຮັບ​ກຽດເປັນເຈົ້າພາບ, ສະນັ້ນ ຄະນະນຳຂອງ ແຂວງ ກໍໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາ ແລະ ປຸກລະດົມຂົນຂວາຍ, ຄັດເລືອກນັກກິລາຂອງແຂວງ ເພື່ອເຂົ້າຮ່ວມແຂ່ງຂັນ, ໂດຍໄດ້ມີການສົ່ງນັກກິລາເຂົ້າຮ່ວມຫຼາຍກວ່າ 500 ຄົນ, ຊຶ່ງມາ ຈາກລູກຫຼານພາຍ​ໃນແຂວງ ແລະ ໄດ້ກຽມຕົວຝຶກຊ້ອມຢ່າງເປັນປະຈຳ, ເພື່ອເຮັດໃຫ້ນັກກິລາມີຄວາມ ພ້ອມ ແລະ ສາມາດຍາດໄດ້ຫຼຽນລາງວັນມາສູ່ແຂວງ ອຸດົມໄຊ ​ໃນ​​ຖານະ​ເປັນ​ເຈົ້າພາບ.

ຕາມການສະຫຼຸບຫຼຽນລາງວັນ ສະເພາະວັນທີ 14 ທັນວາ ໄດ້ຮູ້ວ່າ: ແຂວງ ອຸດົມໄຊ ຢູ່ ອັນດັບທີ 7 ຂອງຕາຕະລາງ, ສາມາດຄວ້າໄດ້ 9 ຫຼຽນຄຳ 11 ຫຼຽນເງີນ ແລະ 20 ຫຼຽນທອງ ລວມເປັນ 40 ຫຼຽນ, ຂະນະທີ່ ອັນດັບ 1 ແມ່ນ ນະຄອນຫຼວງວຽງຈັນ ມີ 27 ຫຼຽນຄຳ, 15 ຫຼຽນເງີນ, 18 ຫຼຽນທອງ ລວມ 60 ຫຼຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ