ກິດຈະກຳ "​ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ" ຈີນ-ຫວຽດນາມ 2014 ​ຢູ່ເຂດ​ແຂ່ງຂັນ​ນານ​ນິງ​ໄດ້​ອັດລົງ​ຢ່າງຈົບງາມ
2014-12-15 16:58:53  cri 

ຕອນ​ຄ່ຳຂອງວັນ​ທີ 12 ທັນວາ​ນີ້, ຮອບ​ຊິງ​ຊະນະ​ເລີດຂອງກິດຈະກຳ "​ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ" ຈີນ-ຫວຽດນາມ 2014 ​ຢູ່ເຂດ​ແຂ່ງຂັນ​ນານ​ນິງ​ໄດ້ຈັດ​ຂຶ້ນຢູ່​ນະຄອນ​ນານ​ນິງ, ​ເທດສະ ບານຂອງເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ຂອງ​ຈີນ, ​ເຊິ່ງຜູ້​ເຂົ້າ​ຮ່ວມ​ກິດຈະກຳຄັ້ງ​ນີ້ທີ່​ມາ​ຈາກ​ຈີນ​ແລະ​ຫວຽດນາມ​ໄດ້ສະ​ແດງ​ຄວາມ​ສາມາດ​ດ້ານ​ການ​ຮ້ອງ​ເພງ, ​ເຊິ່ງ​ໄດ້​ບັນ​ເລງ​ສຽງດົນຕີທີ່​ມີ​ສີ ສັນ​ຫຼາກ​ຫຼາຍ​ໃຫ້​ມວນ​ຊົນ​ພາຍ​ໃນ​ທ້ອງ​ຖິ່ນ​ທັງຫຼາຍ​ໄດ້​ຮັບ​ຊົມ.

ຜູ້​ເຂົ້າ​ຮ່ວມ​ກິດຈະກຳຄັ້ງ​ນີ້ມີ​ທັງ​ໝົດ 16 ຄົນ(ຄະນະ), ລວມທັງ​ນັກ​ສຶກສາ​ທີ່ມາ​ຈາກ​ສະ​ຖາ​ບັນສິລະປະກວາງຊີ, ມະຫາວິທະຍາ​ໄລຊົນ​ເຜົ່າ​ກວາງ ຊີ, ​ສະ​ຖາ​ບັນ ພາສາ​ຕ່າງປະ​ເທດ​ກວາງຊີ​ແລະນັກ​ສຶກສາ​ຫວຽດນາມ​ຂອງ​ໂຮງຮຽນ​ຈີນ​ຕ່າງ​ດ້າວ​ກວາງຊີ, ​ເຊິ່ງ​​ໄດ້​ຮ້ອງ​ເພງ​ພື້ນ​ເມືອງ​ແລະ​ເພງ​ປະຈຸ​ບັນຫຼາຍ​ເພງ​​ໂດຍ​ມີ​ລາຍການ​ຮ້ອງ​ເພງດ່ຽວ, ຄູ່​ຊາຍ​ຍິງ​ແລະຮ້ອງ​ເພງ​ລວມໝູ່​. ຜ່າ​ນການ​ແຂ່ງຂັນສອງ​ຮອບ, ທ້າວ​ເຫວີຍ​​ຢູ້​ແລະ​ຜູ້​ແຂ່ງຂັນ​ອື່ນໆ​ທັງ​ໝົດ 6 ຄົນ​(ຄະນະ)ໄດ້ກ້າວ​​ເຂົ້າ​ສູ່ຮອບ​ຊິງ​ຊະນະ​ເລີດຂອງ​ເຂດ​ແຂ່ງຂັນ​ປະ​ເທດ​ຈີນດ້ວຍ​ຄະ​ແນນ​ດີ​ເດັ່ນ.

ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ, ກິດຈະກຳ "ຮ້ອງ​ເພງ​ມິດຕະພາບ​ຮ່ວມ​ກັນ" ຈີນ-ຫວຽດນາມ​ໄດ້​ຈັດ​ຂຶ້ນ 4 ຄັ້ງ​ຢ່າງ​ຕໍ່ເນື່ອງຢູ່​ຈີນ​ແລະ​ຫວຽດນາມ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ