ຂຶ້ນຈຸດ​ສູງ​ຖ່າຍ​ພາບເທດສະບານ​ຕົວ​ເມືອງແຂວງ ອຸດົມ​ໄຊ ທີ່​ສວຍ​ງາມ
2014-12-16 15:59:44  cri 


ແຂວງ ອຸດົມ​ໄຊຕັ້ງ​ຢູ່​ທິດ​ເໜືອຂອງ​ປະ​ເທດ​ລາວ ​ແລະ ​ເປັນ​ຈຸດ​ໃຈກາງ​ຂອງ​ພາກ​ເໜືອ, ຫ່າງ​ຈາກ​ນະຄອນຫຼວງວຽງຈັນ 583 ກມ, ມີ​ເນື້ອທີ່ 15,370 ຕາ​ແມັດ, ​ແຂວງ ອຸດົມ​ໄຊ​ປະກອບ​ມີ 7 ​ເມືອງຄື: ​ເມືອງ​ໄຊ, ​ເມືອ​ງຫຼາ, ​ເມືອງງາ, ​ເມືອງ​ຮຸນ ​ແລະ ​ເມືອງ​ປາກ​ແບ​ງ, ​ເນື້ອທີ່​ກວມ​ເອົາ 85% ​ເນື້ອທີ່​ພູ​ພຽງ ​ແລະ ທົ່ງພຽງ 15%, ພົນລະ​ເມືອງ 3 ​ແສນ​ກວ່າ​ຄົນ,ປະກອບ​ດ້ວຍ 12 ​ເຜົ່າ​ຊົນ​ຄື: ກຶມ​ມຸ, ລາວ, ມົ້ງ, ພູ​ນ້ອຍ, ​ໄຕ, ລະ​ເມດ, ອາ​ຄາດ ບິດ, ຫໍ້, ​ແລນ​ແຕນ, ກົງ​ສາດ, ພູ​ຊາງ ​ແລະ ຢັ້ງ.


 

​ແຂວງ ອຸດົມ​ໄຊ ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ກິລາ​ແຫ່ງ​ຊາດຄັ້ງ​ທີ 10 ຊຶ່ງ​ໄດ້​ເລີ່​ມ​ເປີດ​ການ​ແຂ່ງຂັນ​ແຕ່​ວັນ​ທີ 13 ຫາ 21 ທັນວາ 2014, ​ເປັນ​ຄັ້ງ​ປະຫວັດສາດ​ຂອງ​ແຂວງ ອຸດົມ​ໄຊ ທີ່​ໄດ້ ຈັດ​ງານ​ກິລາ​ແຫ່ງ​ຊາດ ​ແລະ ​ເປັນ​ງານ​ທີ່​ສຳຄັນ​ທີ່​ສຸດ​ລະດັບ​ຊາດ, ຊຶ່ງ​ປະຊາຊົນ​ກໍ​ມີ​ຄວາມ​ເອກອ້າງ​ໃຈ ​ແລະ ພ້ອມ​ໃຈ​ກັນ​ເປັນ​ເຈົ້າພາບ​ທີ່​ດີ, ພ້ອມ​ດຽວກັນ​ໃນ​ການຈັດ​ງານ​ຄັ້ງ​ນີ້, ກໍ​ໄດ້​ຊ່ວຍ​ຍົກ​ໃຫ້​ບົດບາດ ຂອງ​ແຂວງ ອຸດົມ​ໄຊ ​ໄດ້​ພົ້ນ​ເດັ່ນ​ຂື້ນ ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ການ​ທ່ອງທ່ຽວ, ທີ່​ໄດ້​ໂຄສະນາ​ໃຫ້ ​ແຂກ​ທີ່​ເຂົ້າ​ຮ່ວມ​ງານ​ກິລາ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ເຫັນ, ​ໃນ​ມື້ວັນ​ທີ 15 ທັນວາ, ພາຍຫຼັງ ການ​​ເກັບ​ກຳ​ຂ່າວ​ການ​ແຂ່ງຂັນ​ກິລາ​ສຳ​ເລັດ, ນັກ​ຂ່າວ CRI ທ້າວ ສຸກ​ສົມ​ປອງ ຫຼວງ​ໄຊ ​ແລະ ນັກ​ຂ່າວ​ຈາກ​ສຳນັກ​ຂ່າວສານ​ປະ​ເທດ​ລາວ, ​ໄດ້​ມີ​ໂອກາດ​ໄປ​ເກັບ​ກຳ​ຖ່າຍ​ພາບ​ບັນຍາກາດ ​ແລະ ຄວາມ​ສວຍ​ງາມ​ຂອງ​ເທດສະບານ​ແຂວງ ອຸດົມ​ໄຊ ​ໂດຍ​ມີ​ທ່ານ ຮອງ​ຫົວໜ້າ​ໂຄສະນາ​ອົບຮົມ​ແຂວງ ອຸດົມ​ໄຊ ​ເປັນ​ຜູ້ນຳ​ພາ ​ແລະ ​ແນະນຳ​ສະຖານ​ທີ່ ຈຸດ​ຖ່າຍ​ພາບ​ທີ່​ສວຍ​ງາມ, ຊຶ່ງ​ຢູ່ຕຶກຫໍ​ວັດທະນະທຳ​ມູນ​ເຊື້ອຂອງ​ແຂວງ, ທ່ານ ຮອງ​ຫົວໜ້າ​ໂຄສະນາ​ອົບຮົມ​ແຂວງ ອຸດົມ​ໄຊ ​ໄດ້​ພາ​ນັກ​ຂ່າວ​ຂື້ນ​ໄປ​ຊັ້ນ​ສອງ ຂອງ​ຕຶກ​ຫໍ​ມູນ​ເຊື້ອ​ແຂວງ ອຸດົມ​ໄຊ, ​ແລະ ນັ້ນ​ເອງ​ເປັນ​ບ່ອນ​ທີ່​ສູງ​ທີ່​ສຸດ​ຂອງ​ແຂວງ ອຸດົມ​ໄຊ, ​ເມື່ອ​ໄດ້​ຂື້ນ​ໄປ​ແລ້ວ, ​ແລະຫຼຽວລົງ​ມາ​ກໍ​ຈະ​ແນມ​ເຫັນ​ຕົວ​ເມືອງ​ເທດສະບານ​ຂອງ​ແຂວງ ອຸດົມ​ໄຊ ​ໄດ້​ຢ່າງ​ຊັດ​ເຈນ, ​ແລະ ​ເຫັນ​ທິວ​ທັດ​ທີ່​ສວຍ​ງາມ, ບໍ່ວ່າ​ຈະ​ເປັນ​ຫົວ​ທາງ, ສະຖານ​ທີ່​ສຳຄັນຄື: ຫ້ອງການ​ປົກຄອງ​ແຂວງ, ຕະຫຼາດ ​ແລະ ອື່ນໆ ຊຶ່ງ​ນັກ​ຂ່າວ​ກໍ​ມີ​ຄວາມ​ປະ​ທັບ​ໃຈ ​ແລະ ​ໄດ້​ເກັບ​ກຳ​ຖ່າຍ​ພາບ, ທິວ​ທັດ ​ເທດສະບານ​ແຂວງ ອຸດົມ​ໄຊ ສ່ວນ​ໃຫຍ່​ຈະ​ມີ​ພູຜາ​ອ້ອມ​ຮອບ, ​ເພາະ​ເນື້ອທີ່​ສ່ວນ​ໃຫຍ່​ແມ່ນ​ຈະ​ເປັນ​ພູ ພຽງ, ສະ​ນັ້ນ ການວາງ​ໂຄງ​ສ້າງ, ການ​ພັດທະນາ​ແຂວງ ອຸດົມ​ໄຊ ຈຶ່ງ​ມີ​ຄວາມ​ສຳຄັນ, ​ເພາະ​ໃນ​ອານາ​ຄົດ ​ແຂວງ ດັ່ງກ່າວ​ຈະ​ຖື​ວ່າ​ເປັນ​ອີກ​ຈຸດຍຸດ​ທະ​ສາດໜຶ່ງທາງ​ດ້ານ​ການທ່ອງທ່ຽວ, ​ເປັນ​ຈຸດ​ໃຈກາງ​ທາງ​ພາກ​ເໜືອຂອງ​ລາວ, ​ແລະ ​ເປັນ​ຈຸດ​ເຊື່ອມ​ຕໍ່ການທ່ອງທ່ຽວລະຫວ່າງ​ປະ​ເທດ.

 


ທ່ານ ຫົວໜ້າພະ​ແນ​ກຖະ​ແຫຼງຂ່າວ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ ອຸດົມ​ໄຊ ​ໄດ້​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ CRI ​ໃຫ້​ຮູ້ວ່າ:  ​ແຂວງ ອຸດົມ​ໄຊ ມີ​ສະຖານ​ທີ່​ທ່ອງ​ທ່ຽວຫຼາຍກວ່າ 50 ​ແຫ່ງ, ສ່ວນ​ໃຫຍ່​ແມ່ນ ສະຖານ​ທີ່​ທ່ອງ​ທ່ຽວທາງ​ທຳ​ມະ​ຊາດ, ວັດທະນະທຳ​ ​ເຊັ່ນ: ຕາດ​ນໍ້າ​ກັດ​ເປັນຕາ​ດທີ່​ສວຍ​ງາມ, ທີ່​ເປັນ​ເອກະລັກ​ສະ​ເພາະ​, ​ເຊິ່ງຫ່າງ​ຈາກ​ເທດສະບານ​ແຂວງ​ປະມານ 20 ກິ​ໂລ​ແມັດ, ຢູ່​ເຂດ​ບ້ານ ກັດ ​ແລະ ບ້ານ ​ແຟນ ​ເມືອງ ​ໄຊ, ​ແຂວງ ອຸດົມ​ໄຊ, ມີ​ເນື້ອທີ່​ເກືອບ 20 ພັນ​ເຮັກຕາ, ​ແຕ່ລະ​ປີ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວຈຳນວນຫຼາຍ, ທັງ​ນີ້ກໍ​ຍ້ອນ​ສະຖານ​ທີ່​ດັ່ງກ່າວ​ມີ​ທຳ​ມະ​ຊາດ​ອັນ​ອຸດົມສົມບູນ, ສວຍ​ງາມ​ກົມ​ກືນ​ກັບ​ນໍ້າຕົກຕາ​ດທີ່​ໂອບ​ລ້ອມ​ດ້ວຍ​ທຳ​ມະ​ຊາດ, ປ່າ​ໄມ້​ອາຍຸ​ນັບ​ຮ້ອຍ​ປີ,


ສະ​ເພາະ​ເມືອງຫຼາ, ແມ່່ນເມືອງທ່ອງທ່ຽວທີ່ມີວັດ, ຊົນເຜົ່າ, ເຊິ່ງເປັນວັດທະນະ​ທຳທີ່ຊາວລາວ ແລະ ຊາວແຂວງອຸດົມໄຊໃຫ້ຄວາມເຄົາລົບ, ແຕ່ລະມື້ມີປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມ 50 ເຖິງ 100 ຄົນ, ຊາວບ້ານຫຼາຍຮ້ອຍຄົນ, ນອກນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ໃນການທ້ອງທ່ຽວທາງດ້ານວັດທະນະທຳຊົນເຜົ່າ, ເພາະເມືອງນີ້ມີຫຼາຍຊົນເຜົ່າ, ເປັນຕົ້ນ, ເຜົ່າອາຄ່າ ຊິ່ງມີວິທີຊີວິດຢູ່ເທິງພູສູງ, ເມື່ອຂື້ນໄປເທິງພູສູງຈະເຫັນທັດສະນີຍະພາບທີ່ສວຍງາມ ທະເລໝອກຂອງພາບວິວທີວທັດທຳມະຊາດຢູ່ເທິງພູສູງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ