ປກສ ໄດ້ອີກ 1 ຫຼຽນຄຳຈາກກິລາ ໝາກຂ່າງດ່ຽວຊາຍ
2014-12-16 16:02:51  cri 



ທັບນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ (ປກສ) ຄວ້າມາໄດ້ອີກ 1 ຫຼຽນຄຳ ຈາກກິລາໝາກຂ່າງປະເພດດ່ຽວຊາຍ, ສ່ວນຄູ່ຍິງຫຼຽນຄຳເປັນຂອງກະຊວງ
ປ້ອງກັນປະເທດ (ປກຊ)ໃນ ງານມະຫາກຳກີລາແຫ່ງຊາດ ຄັ້ງທີ X ທີ່ແຂວງອຸດົມ.

ວັນທີ 16 ທັນວາ ທີ່ເດີ່ນໝາກຂ່າງຂ້າງສະໜາມກິລາໃໝ່ແຂວງ ໄດ້ມີການແຂ່ງ ຂັນກິລາໝາກຂ່າງປະເພດດ່ຽວຊາຍ ໂດຍມີຄະນະນັກກິລາຈາກ 13 ພາກສ່ວນເຂົ້າຮ່ວມຊີງໄຊຫຼຽນຄຳ ປະກອບມີ: ແຂວງອຸດົມໄຊ ເຈົ້າພາບ, ບໍ່ແກ້ວ, ຫົວພັນ, ຜົ້ງສາລີ, ຫຼວງພະບາງ, ຊຽງຂວາງ, ຈຳປາສັກ, ຫຼວງນ້ຳທາ, ໄຊຍະບູລີ, ໄຊສົມບູນ, ແຂວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ.

ຜົນການແຂ່ງຂັນ ໂດຍແມ່ນນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ ພົບກັບແຂວງຜົ້ງສາລີ ແລະ ແຂວງຈຳປາສັກ. ໃນເກມການແຂ່ງຂັນ ນັກກິລາຈາກກະຊວງ
ປ້ອງກັນຄວາມສະຫງົບຫຼີ້ນໄດ້ແນ່ນອນກວ່າ ໂດຍການເອົາຊະນະແຂວງຜົ້ງສາລີໄປໄດ້ 3-0 ຄະແນນ. ຄວ້າຫຼຽນຄຳມາຄອງໄດ້ສຳເລັດ,ສ່ວນຫຼຽນເງິນຕົກເປັນຂອງແຂວງຜົ້ງສາລີ ແລະ ຫຼຽນທອງແຂວງຈຳປາສັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ