ກອງທັບ​ ສົ່ງ​ ບໍ່​ແກ້ວ​ ກັບ​ບ້ານຂະນະ​ທີ່ ນ.ວ ​ເຂົ້າ​ເປັນອັນ​ດັບ 3 ຂອງ​ສາຍ
2014-12-16 18:27:57  cri 

ທີ​ມ​ເຕະບານ​ກະຊວງ​ປ້ອງ​ກັນ​ປະ​ເທດ (ກອງທັບ) ​ບືນ​ອຸປະສັກ​ຂັ້ນ​ສຸດ​ທ້າຍ​ກ່ອນ​ເຂົ້າ​ສູ່​ຮອບ 8 ທີ​ມ ​ໂດຍ​ການ​ເອົາ​ຊະນະ​ນັກກີລາ​ຈາກ​ແຂວງ​ບໍ່​ແກ້ວ ຂະນະ​ທີ່ ທີ​ມນະຄອນຫຼວງ​ວຽງຈັນ (ນ.ວ) ​ເຖິງ​ແມ່ນ​ຈະ​ເສຍ​ໃຫ້ ຈຳປາ​ສັກ ​ແຕ່​ກໍ່ຜ່ານ​ເຂົ້າ​ຮອບ​ໃນ​ຖານະ​ເປັນ​ທີ​ມອັນ​ດັບ 3 ທີ່​ມີ​ຄະ​ແນນ​ດີ​ຮອງ​ຈາກ ຫຼວງ​ນ້ຳ​ທາ.

ການ​ແຂ່ງຂັນ ນັດ​ສຸດ​ທ້າຍ​ຂອງ ສາຍ ກ ​ໃນ​ງານ​ມະຫະກຳ​ກີລາ​ແຫ່ງ​ຊາດ ຄັ້ງ​ທີ X ​ໃນ​ວັນ​ທີ  15 ທັນວາ ​ເປັນ​ການ​ລົງ​ສະໜາມ​ຂອງ​ສອງ​ຄູ່​ດ້ວຍ​ກັນ ກອງທັບ ລົງ​ສະໜາມ ພົບ​ກັບ ບໍ່​ແກ້ວ ​​ແລະ ຈຳປາ​ສັກ ພົບ​ກັບ ​ນ.ວ ຜົນ​ຂອງ​ການ​ແຂ່ງຂັນ​ນັດ​ນີ້​ແມ່ນ​ມີ​ຄວາມ​ສຳຄັນຕໍ່ກັບ​ທັງ​ສອງ​ທີ​ມ ກໍ່ຄື ກອງ ທັບ ​ແລະ ນ.ວ ​ເພື່ອ​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ.

ສ່ວນ​ຜົນ​ການ​ແຂ່ງຂັນ​ຄູ່​ທີ 1 ກອງທັບ ​ເລີ່​ມ​ເກ​ມການ​ແຂ່ງຂັນ​ໄດ້​ດີ ​ໃນ​ເຄິ່ງ​ເວລາ​ທຳ​ອິດ ສາ ມາດ​ຍິງ​ປະຕູ​ຂື້ນ​ນຳ 4-1 ​ແຕ່​ກໍ່ຍັງ​ເປີດ​ໂອກາດ​ໃຫ້​ກັບ​ບໍ່​ແກ້ວ ຍິງ​ປະຕູ​ໄລ່​ຂື້ນ​ມາ​ເປັນ 4-2 ກ່ອນ​ໝົດ​ເຄິ່ງ​ເວລາ​ທີ 1 ​​​ແລະ ​ເລີ່​ມ​ເຄິ່ງ​ເວລາ​ທີ 2 ບໍ່​ແກ້ວ​ ພະຍາຍາມ​ບຸກ​ເຕັມທີ່ ​ແຕ່​ຍັງ​ບໍ່ສາມາດ​ຍິງ​ປະຕູ​ໄດ້ ​ກອງທັບ​ກໍ່ບໍ່ໜິ້ງ​ເສີຍ ຫຼິ້ນ​ທັງ​ຮັບ ທັງ​ບຸກ ຈົນ​ມີ​ໂອກາດ​ຍິງ​ປະຕູ​ຂື້ນ​ຕື່ມ ກ່ອນ​ໝົດ​ເວລາ ກອງທັບ​ເອົາ​ຊະນະ ບໍ່​ແກ້ວ 5-2.

ສຳລັບ​ຜົນ​ການ​ແຂ່ງຂັນ​ລະຫວ່າງ ຈຳປາ​ສັກ ​ແລະ ນ.ວ ບໍ່ຮູ້​ວ່າ​ເປັນ​ໂຊກ​ດີ ຫຼື ​ໂຊກ​ຮ້າຍ​ຂອງ ນ.ວ ທີ່​ໃນ​ນັດ​ສຸດ​ທ້າຍ​ຕ້ອງ​ມາ​ລົງ​ສະນາມ​ພົບ​ກັບ​ທີ​ມທີ່​ເປັນອັນ​ດັບ 1 ຂອງ​ສາຍ ​ພໍ​ແຕ່​ເລີ່​ມການ​ແຂ່ງຂັນ​​ເຄິ່ງ​ເວລາ​ທຳ​ອິດ ຈຳປາ​ສັກກໍ່ສາມາດ​ຍິງ​ປະຕູ​ຂື້ນ​ນຳ 1-0 ສ່ວນ 45 ນາທີ​ສຸດ​ທ້ຍ​ຂອງ​ການ​ແຂ່ງຂັນ ທັງ​ສອງ​ບໍ່ສາມາດ​ຍິງ​ປະຕູ​ກັນ​ໄດ້ ຈົບ​ກນ​ແຂ່ງຂັນ ຈຳປາ​ສັກ ຊະນະ ນ.ວ 1-0.

ຜົນ​ການ​ແຂ່ງຂັນ​ໃນ​ນັດ​ສຸດ​ທ້າຍ​ຂອງ ສາຍ ກ ສົ່ງ​ຜົນ​ໃຫ້ ຈຳປາ​ສັກ ​ເປັນອັນ​ດັບ 1 ຂອງ​ສາຍ ຜ່ານ​ເຂົ້າ​ໄປ​ພົບ​ກັບ ຄຳ​ມ່ວນ ​ເປັນ​ອັນ​ດັບ 2 ຂອງ ສາຍ ຄ ກອງທັບ ຜ່ານ​ເຂົ້າ​ຮອບ​ເປັນອັນ​ດັບ 2 ຂອງສາຍ​ເຂົ້າ​ໄປ​ພົບ​ກັບ ອັດ​ຕະປື ທີ່​ເປັນອັນ​ດັບ 1 ຂອງ​ ສາຍ ຄ ສ່ວນ​ ນ.ວ ອັນດັບ 3 ທີ່​ມີ​ຄະ​ແນນ​ດີຂອງ​ສາຍ ຈະ​ລົງ​ສະໜາມ​ພົບ​ກັບ ສະຫວັນ​ນະ​ເຂດ ອັນ​ດັບ 1 ຂອງ​ ສາຍ ຂ ສວນ​ເຈົ້າພາບ ອຸດົມ​ໄຊ ​ເປັນ​ອັນ​ດັບ 2 ຂອງ ສາຍ ຂ ​ຈະ​ລົງ​ສະໜາມ​ພົບ​ກັບ ຫຼວງ​ນ້ຳທາ ອັນ​ດັບ 3 ຂອງ​ສາຍ ຄ ​ເຊິ່ງການ​ແຂ່ງຂັນ​ຮອບ 8 ທີ​ມ ​ແມ່ນ​ຈະ​ລົງ​ແຂ່ງຂັນ​ໃນ​ຕອນ​ບ່າຍ​ຂອງ​ມື້​ວັນ​ທີ 16 ທັນວາ ນີີ້ ທີ່​ສະໜາມ​ກີລາ​ແຂວງ ​ໂດຍ​ຈະ​ລົງ​ສະໜາມ​ທັງ 4 ຄູ່ ​ເລີ່​ມ​ແຕ່​ເວລາ 13:30 ​ເປັນ​ຕົ້ນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ