ກິລາມວຍປ້ຳຊາຍ ຊີງຫຼຽນຄຳ ເປັນທີ່ຮຽບຮ້ອຍ.
2014-12-16 18:35:33  cri 

 

ວັນທີ 16 ທັນວານີ້, ມີ່ສະໂມສອນຢູໂດ ແຂວງອຸດົມໄຊ ໄດ້ມີການແຂ່ງຂັນຊີງ 6 ຫຼຽນຄຳ ກິລາມວຍປ້ຳຊາຍ ໃນ 6 ລຸ້ນ ຜົນປະກົດວ່າ: ລຸ້ນນ້ຳໜັກ 46 ກິ​ໂລ​ ​ ກະຊວງ​ປ້ອງ​ກັນ​ປະເທດ ( ປກສ )ທ້າວ ວັນນະເລດ ພິນິດ ​ໄດ້​ຫລຽນ​ຄຳ. ທ້າວ ຈັນທະ​ພອນ ມົນ​ພະ​ຮັກສາແຂວງ​ອຸດົມ​ໄຊ​ໄດ້​ຫລຽນ​ເງິນ. ທ້າວ ລູຊີ ສີ​ປະ​ເສີດ ​ແຂວງ​ຊຽງ​ຂວາ​ງ​ ແລະ​ ທ້າວ ​ໂທ​ນີ ບຸນ​ພະ​ສິດ ​ແຂວງ​ວຽງ​ຈັນ ​ໄດ້​ຮັບ​ຫລຽນ​ທອງ. ລຸ້ນນ້ຳໜັກ 50 ກິ​ໂລ​ ​ທ້າວ ວັນ​ສະຫລອງ ​ເພັຍເທບ ກະຊວງ​ປ້ອງກັນ​ປະ​ເທດ​ ໄດ້​ຫລຽນ​ຄຳ, ທ້າວ ພົງ​ສະຫວັນ ​ໄພ​ຍະ​ສານ ​ແຂວງ​ຈຳປາ​ສັກ ​ໄດ້​ຫລຽນ​ເງິນ ທ້າວ ກິ​ຕ້າ ວັນ​ທະນຸ​ວົງ ​ໄດ້​ຫລຽນ​ທອງ. ​ລຸ້ນນ້ຳໜັກ 66 ກິ​ໂລ​ຊາຍ​​ທ້າວ ພອນຄຳ ​ແສງ​ບໍລິ​ບູນ ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຫລຽນ​ຄຳ. ທ້າວ ​ໂກວິດ ພັນ​ດາ​ນຸວົງ ​ແຂວງ​ວຽງ​ຈັນ ​ໄດ້​ຫລຽນ​ເງິນ. ທ້າວ ວິ​ໄຊ ມຸນ​ນະ​ສິງ ​ແຂວງ​ຫລວງ​ພະ​ບາງ ​ແລະ​ ທ້າວ ທັກສິນ ພູ​ຄຳ ​ແຂວງ​ຈໍາ​ປາ​ສັກ​ໄດ້​ຫລຽນ​ທອງ. ​ລຸ້ນນ້ຳໜັກ 74 ກິ​ໂລ​ຊາຍ​ທ້າວ ​ເຂັມ​ທອງ ທຳ​ມະ​ວົງສາ ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ຫຼຽນ​ຄຳ, ທ້າວ ​ເສົາ​ໄຊ ລຸນ​ບັນ​ດິດ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຫຼຽນ​ເງິນ ​ແລະ ທ້າວ ​​ແພງ​ຈັນຫອມ ​ແສງ​ບໍລິບູນ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຫຼຽນ​ທອງ. ລຸ້ນນ້ຳໜັກ 84 ກິ​​ໂລຊາຍ ​ທ້້າວ ວັນ​ທະ​ກອນ ສິງຫາ​ລາດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຫຼຽນ​ຄຳ, ທ້າວ ບຸນ​ທະວີ ວົງ​ພະຈັນ ​ແຂວງ​ອຸດົມ​ໄຊ ຫຼຽນ​ເງິນ​​ ​ແລະ ທ້າວ ຄອນ​ສະຫວັນ ສີ​ຫາ​ລາດ ​ແຂວງ​ຈຳປາ​ສັກ ​ໄດ້​ຫຼຽນ​ທອງ ແລະ ລຸ້ນ 96 ກິ​​ໂລ​ຊາຍ ​​ທ້າວ ພອນ​ໄຊ ພະຈັນ​ໄຊ ​ແຂວງ​ອຸດົມ​ໄຊ ​ໄດ້​ຫຼຽນ​ຄຳ, ທ້້າວ ​ໄຊ​ສົມ​ບູນ ​ແພງ​ຕາວັນ ​ແຂວງ​ແຂວງ​ວຽງ​ຈັ​ນ ​ໄດ້​ຫຼຽນ​ເງິນ, ທ້າວ​ ສຸ​ແພງ ​ແກ້ວ​ເມືອງ​ທອງ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ທ້າວ​ ຈັນທະ​ບູນ ສະຫັວດທອງ​ດີ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຫຼຽນ​ທອງ.


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ