ສະຫວັນນະ​ເຂດພິກ​ກັບ​ມາ​ຊະນະປສກຄວ້າຫຼຽນຄຳກະຕໍ້​ຄູ່​ຍິງ
2014-12-16 16:24:26  cri 

ທີ​ມກະຕໍ້​ຄູ່​ຍິງແຂວງສະຫວັນນະ​ເຂດ ​ໃຈ​ສູ້ ​ຮຶດກັບ​ມາ​ພິກ​ຊະນະ ປກສ 2-1 ​ເຊັດ ຄວ້າ​ຫຼຽນຄຳ​ໃຫ້​ກັບ​ແຂວງ​ສະຫວັນ​ນະ​ເຂດເປັນ​ຫຼຽນທີ 8 ຢູ່​ໃນ​ອັນ​ດັບ 8 ຂອງ​ຕາງ​ຕະລາງຫຼຽນ ລາງວັນໃນ​ງານມະຫາກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ 10 ຢູ່ແຂວງອຸດົມ​ໄຊ.

ວັນ​ທີ 15 ທັນວາ, ຢູ່ສະໜາມກິລາ​ເກົ່າ​ແຂວງ ອຸດົມ​ໄຊ, ​ໄດ້​ມີ​ການ​ຊີງ​ໄຊຫຼຽນຄຳ ກິລາ​ກະຕໍ້ ປະ​ເພດ​ທີ​ມຄູ່​ຍິງ, ລະຫວ່າງແຂວງສະຫວັນ​ນະ​ເຂດມີນາງ ​ເມ​ລີ ມາດ​ມະນີ​ວົງ, ນາງ ພອນ​ທິບ ​ແສງ​ພະຈັນ ​ແລະນາງ ສອນ​ສະຫວັນ ​ແກ້ວ​ສຸລິຍາ ​ພົບ​ກັບທີ​ມ ປກສ ມີນາ​ງໜໍ່​ຄຳ ວົງ​ໄຊ, ນາງ ນວນ​ດຳ ວໍລະ​ບຸດ ​ແລະ ນາງ ດຳ​ດວນ ລັດຕະນະ​ວົງສາ, ທັງ​ສອງ​ທີ​ມ ເປັນ​ການ​ພົບກັນ​ຄັ້ງ​ທຳ​ອິດ​​ໃນ​ການ​ແຂ່ງຂັນ​ກະຕໍ້​ຄູ່​ຍິງໃນ​ງານ​ກິລາ​ແຫ່ງ​ຊາດ, ​ແລະ ທັງສອງ​ທີ​ມມີ​ນັກ​ກິລາ​ທີ່​ເຄີຍຫຼີ້ນ​ໃຫ້​ກັບທີ​ມຊາດ​ມາ​ກ່ອນ, ຜົນ​ການ​ແຂ່ງຂັນໃນ​ເຊັດ​ທຳ​ອິດ, ທີມ ກະຕໍ້​ຍິງປກສສາມາດ​ເອົາ​ຊະນະທີ​ມແຂວງ​ສະຫວັນ​ນະ​ເຂດ​ໄປ​ກ່ອນ​ດ້ວຍ​ຄະ​ແນນ 22-21, ກ່ອນ​​ໃນ​ເຊັດ​ທີ​ສອງ​ທີ​ມກະຕໍ້ຍິງຈາກ​ແຂວງສະຫວັນ​ນະ​ເຂດເອົາ​ຊະນະ​ຄືນ​ໄດ້ດ້ວຍ​ຄະ​ແນນ 21-17 ​ເຮັດ​ໃຫ້​ສະ​ເໝີກັນ 1-1 ​ເຊັດ​, ຕ້ອງ​ມາ​ຕັດສິນ​ທີ່​ເຊັດ​ສຸດ​ທ້າຍ, ກ່ອນ​ທີ​ມກະຕໍ້​ຍິງ​ແຂວງສະຫວັນ​ນະ​ເຂດໂຊ​ລີ​ລາ​ການ​ເສີ​ບທີ່​ຮຸນ​ແຮງ, ​ແລະຕີລັງກາເຕະເຮັດ​ໃຫ້​ເອົາ​ຊະນະ​ໄປ​​ດ້ວຍ​ຄະ​ແນນ 21-18 ຄວ້າ​ຫຼຽນຄຳ​ມາ​ຄອງ​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ