ຜູ້​ຊຽວຊານ​ການ​ແພດ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ດຳ​ເນີນ​ການ​ກວດ​ສຸຂະພາບແບບອາສາ​ສະໝັກ​ຕໍ່​ກອງທັບ​ແລະປະຊາຊົນ​ລາວ
2014-12-16 17:01:25  cri 

ນັບ​ແຕ່​ວັນ​ທີ 12 ທັນວາ​ນີ້​ເປັນ​ຕົ້ນ​ໄປ, ໜ່ວຍງານ​ຜູ້ຊຽວຊານ​ການ​​ແພດ​ຈາກ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນທັງ​ໝົດ 17 ຄົນ, ໄດ້​ດຳ​ເນີນ​ກິດຈະກຳ ກວດ​ສຸຂະພາບແບບອາສາ​ສະໝັກ​ເປັນ​ເວລາ 1 ອາທິດ​ຢູ່​ນະຄອນຫຼວງ​ວຽນ​ຈັນ​ແລະ​ເມືອງ​ຫຼວງ​ພະ​ບາງ​ຂອງ​ລາວ. ວັນ​ທີ 12 ທັນວາ​ນີ້, ໜ່ວຍງານ ດັ່ງກ່າວ​ໄດ້​ດຳ​ເນີນ​ການກວດ​ສຸຂະພາບ​ຕໍ່​ການ​ນຳ​ທີ່​ມີລະດັບກົມຂຶ້ນ​ໄປ​ຂອງກອງທັບ​ປະຊາຊົນ​ເກືອບ 40 ຄົນ, ​ເຊິ່ງລວມທັງ​ທ່ານພົນ​ຕີ ​ແສງ​ນວນ ​ໄຊ​ຍະ​ລາດ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດລາວ​ຢູ່​ໂຮງໝໍ 103 ຂອງ​ກອງທັບ​ປະຊາຊົນ​​ລາວ, ​ແລະ​ນັບແຕ່​ວັນ​ທີ 13 ທັນວາ​ນີ້​ເປັນ​ຕົ້ນ​ໄປ, ຈະ​ອຳນວຍຄວາມ​ສະດວກ​ໃນ​ການກວດພະຍາດ​ແບບອາສາ​ສະໝັກ​ຕໍ່ທະຫານ​ແລະ​ປະຊາຊົນ​ລາວ.

1 2 3 4 5 6 7 8
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ