ນາຍົກລັດຖະມົນຕີຈີນກັບ​ນາຍົກລັດຖະມົນຕີ​ແຊັກ​ບີ​ຮ່ວມ​ກັນຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ
2014-12-17 16:50:43  cri 

ຕອນ​ບ່າຍ​ວັນ​ທີ 16 ທັນວາ​ນີ້, ພາຍຫຼັງ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ຈີນ-ປະ​ເທດ​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ​​ເທື່ອ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ແບນ​ກຣາດຂອງ​ແຊັກ​ບີ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຮ່ວມ​ກັບ​ທ່ານ​ອູ​ຊິ​ສ ນາຍົກລັດຖະມົນຕີ​ແຊັກ​ບີຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ເພື່ອ​ແນະນຳ​ໝາກຜົນ​ຂອງ​ກອງ​ປະຊຸມ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ເນັ້ນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບປະ​ເທດ​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ​ເປັນ​ສ່ວນ​ປະກອບ​ອັນສຳຄັນ​ຂອງ​ກົນ​ໄກ​ຮ່ວມ​ມື​ຈີນ-​ສະຫະພາບ​ເອີຣົບ, ມັນ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຈີນ​ແລະ​ບັນດາ​ປະ​ເທດ​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ດີ​ຕໍ່​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ແລະ​ການ​ພັດທະນາ​ຢ່າງ​ກ້ຳ​ເກິ່ງ​ຂອງ​ເອີຣົບ, ມີ​ຜົນ​ດີ​ຕໍ່​ການ​ຂະຫຍາຍ​ກວ້າງ​ອອກ​ຂອງ​ສະຫະພາບ​ເອີຣົບ​ແລະ​ມີ​ຜົນ​ດີ​ຕໍ່​ສະ​ເຖຍລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນກໍ​ຄື​ຂອງ​ໂລກ​ອີກ​ດ້ວຍ. ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ບັນດາ​ປະ​ເທດ​ເອີຣົບກາງ​ແລະ​ເອີຣົບຕາ​ເວັນ​ອອກ, ຊຸກຍູ້​ການ​ພົວພັນ​ຈີນ-​ເອີ​ລົບ​ໃຫ້​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ