ຈີນ​ຕັ້ງໜ້າ​ກໍ່ສ້າງ​ການ​ຄົມມະນາຄົມ​ທາງບົກ​ທີ່​ເລັ່ງ​ໄປ​ສູ່​ປະ​ເທດ​ອາ​ຊຽນ
2014-12-17 16:09:06  cri 

ວັນ​ທີ 16 ທັນວາ​ນີ້, ທາງ​ດ່ວນ​ສອງ​ສາຍຂອງ​ຈີນທີ່ຢູ່​ຕາມ​ຊາຍ​ແດນ​ຈີນ-ຫວຽດນາມ ຄື: ​ແຕ່​ເມືອງ​ຈິ້ງ​ຊີ່​ໄປ​ຫາ​ເມືອງ​ນ້າ​ໂພ່ ​ແລະ ​ແຕ່​ເມືອງ​ປ໋າຍ​ເຊີ້​ໄປ​ຫາ​ເມືອງ​ຈິ້ງ​ຊີ່ ໄດ້​​ເລີ່​ມ​ເປີດ​ການນຳ​ໃຊ້ໃຫ້​ລົດ​ແລ່ນ​ແລ້ວ ​ເຊິ່ງຄວາມ​ໄວ​ສູງ​ສຸດຕາມການ​ອອກ​ແບບ​ແມ່ນ 100 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ຜູ້​ຊ່ຽວຊານ​ກ່າວ​ວ່າ, ການ​ເລີ່​ມນຳ​ໃຊ້​ທາງ​ດ່ວນ​ສອງ​ສາຍ​ນີ້, ​ໄດ້​ເປັນ​ການ​ເພີ່ມ​ຊ່ອງທາງໃໝ່ໃຫ້ແກ່ "ແລວເສດຖະກິດນານນິງຈີນ-ສິງກະໂປ", ການຄົມມະນາຄົມ​ທາງບົກ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ນັບ​ມື້​ນັບ​ສະດວກ-ສະບາຍ​ຍິ່ງ​ຂຶ້ນ.

​ໃນ​ຊຸມ​ປີຜ່ານມາ​ນີ້, ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ການ​ນຳ​ຂັ້ນສູງ​ຂອງ​ຈີນ​ແລະບັນດາ​ປະ​ເທດ​ອາ​ຊຽນ, ປະ​ເທດ​ຕ່າງໆ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ເປັນ​ກ້າວໆ ​​ໂດຍ​ຖື​ການ​ຊຸກ​ຍູ້​ການ​ກໍ່ສ້າງ​ການ​ຄົມມະນາຄົມ​ທາງບົກ​ເປັນ​ຈຸດ​ສຸມ, ​ແລະ​ໄດ້​ເລັ່ງບາດກ້າວ​ໃນ​ການ​ວາງ​ແຜນ-ກໍ່ສ້າງການ​ຄົມມະນາຄົມ​ທາງບົກ​ທີ່​​ເຊື່ອມ​ຕໍ່​ກັບ​ສອງ​ຝ່າຍ, ທັງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຂົນ​ສົ່ງ​ທາງບົກ, ຕາໜ່າງພື້ນຖານ​ໂຄງ​ລ່າງ​ການ​ຄົມມະນາຄົມ​ທາງບົກ​ໄດ້​​ເລີ່​ມ​ຂຶ້ນ​ໃນ​ເບື້ອງ​ຕົ້ນ.

ຕົວ​ເລກ​ຂໍ້​ມູນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ສາມ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2014, ພາຍ​ໃຕ້​ສະພາບການ​ຟື້ນ​ຕົວຂອງ​​ເສດຖະກິດ​ໂລກຍັງອ່ອນໜ້ອຍ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ບັນລຸ​ເຖິງ 346 ຕື້ 597 ລ້ານ​ໂດ​ລາ​ສະຫະລັດ, ​ເຊິ່ງກວມ​ເອົາ 11% ຂອງ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ, ​ເພີ່ມ​ຂຶ້ນ 7,5% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ນອກຈາກ​ນີ້, ​ໄຕ​ມາດ​ທີ​ສາມ​ໄດ້​ເພີ່ມ​ຂຶ້ນ 9% ​ເມື່ອ​ທຽບ​ກັບ​ໄຕ​ມາດ​ທີ​ສອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ