ຈັດ​ງານ​ວາງສະ​ແດງ​ສິລະ​ປະວັດ​ທະນະ​ທຳ​ແຂວງ​ຢຸນນານ ສ​ປ ຈີນ​ຢູ່​ວຽງ​ຈັນ
2014-12-18 17:09:22  cri 

ຄະນະ​ສິລະ​ປະວັດ​ທະນະ​ທຳ​​ແຂວງ​ຢຸນນານ ສປ ຈີນ​ໄດ້​ຈັດ​ງານ​ວາງສະ​ແດງ​ສິລະ​ປະ​ວັນນະຄະດີ​ແຂວງ​ຢຸນນານ​ຈີນ​​ໃນ​ຕອນ​ຄ່ຳ​ວັນ​ທີ 17 ທັນວາ​ນີ້​ທີ່​ສູນ​ປະຊຸມ​ແຫ່ງ​ຊາດນະຄອນຫຼວງ​ວຽງ​ຈັນ.

ຄະນະ​ສິລະ​ປະ​ວັນນະຄະດີ​ແຂວງ​ຢຸນນານ​ໄດ້​ສະ​ແດງ​ລາຍການ​ຕ່າງໆ​ທີ່​ມີ​ເອກະລັກ​ວັດທະນະທຳ​ຈີນ​ແລະ​ເອກະລັກ​ສະ​ເພາະ​ຕົວ​ຂອງ​ວັດທະນະທຳ​ຊົນ​ເຜົ່າສ່ວນ​ໜ້ອຍ​ແຂວງ​ຢຸນນານ​ຈີນ​ເປັນ​ຕົ້ນ​ແມ່ນ​ການ​ຟ້ອນ​ລຳ​ທຳ​ເພງ, ກາຍຍະ​ສິນ, ມາຍາ​ກົນ​ ​ແລະ​ລາຍການ​ອື່ນໆ​ທີ່​ໜ້າ​ປະ​ທັບ​ໃຈ​ຫຼາຍ, ລາຍການ​ຮ້ອງ​ເພງ​ລາວ "ດວງ​ຈຳປາ" ​​ໄດ້​ສ້າງ​ບັນຍາກາດ​ມ່ວນ​ຊື່ນ​ຂຶ້ນ​ເຖິງ​ຈຸດ​ສູງ​ສຸດ​ຂອງ​ງານ, ສຸດ​ທ້າຍ​ງານ​ສະ​ແດງ​ສິລະ​ປະ​ວັນນະຄະດີ​ຄັ້ງ​ນີ້​ໄດ້ສິ້ນ​ສຸດ​​ລົງ​ຢ່າງ​ຈົບງາມດ້ວຍ​ລາຍການ​ຟ້ອນ​ເຜົ່າ​ຮັ້ນ​ຈີນ​ທີ່​ມີ​ຊື່ວ່າ ດອກ​ຊ້ອນ.

ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ແລະ​ທ່ອງ​ທ່ຽວ, ທ່ານນາງ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ, ທ່ານ​ສິນ​ລະ​ວົງ ຄຸດໄພທູນ ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ທ່ານ​ກ່ວນຮວາ​ປິ່ນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ພ້ອມ​ດ້ວຍ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ແລະ​ລາວ, ມີປະຊາຊົນລວມທັງ​ໝົດ 1000 ກວ່າ​ຄົນ​ໄດ້​ເຂົ້າຊົມ​ງານ​ສະ​ແດງ​ສິລະ​ປະວັດ​ທະນະ​ທຳ​ໃນ​ຄັ້ງ​ນີ້.

1 2 3 4 5 6 7 8 9 10 11 12 13 14
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ