ພິທີປິດງານມະຫາກໍາກິລາແຫ່ງຊາດຄັ້ງທີ 10 ຈະຍິ່ງໃຫຍ່ກວ່າຄັ້ງຜ່ານມາ
2014-12-18 18:27:08  cri 

ວັນທີ 18 ທັນວານີ້, ທີ່ສູນຂ່າວ ສະໝາມກິລາແຫ່ງຊາດແຂວງອຸດົມໄຊ, ທ່ານ ພອນສະຫວັນ ພັນທະວີຈິດ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ກ່າວວ່າ: ການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 10 ແຕ່ວັນທີ 13 – 21 ທັນວານີ້, ຍັງອີກບໍ່ເທົ່າໃດມື້ກໍຈະຮອດມື້ປິດຢ່າງເປັນທາງການ. ສ່ວນລາຍການສະແດງໃນມື້ປິດຈະມີຈາກຊຽງຂວາງ 3 ລາຍການ, ເຈົ້າພາບ 2 ລາຍການ, ເປັນຕົ້ນ, ການສະແດງປະເພດກິລາພື້ນເມືອງ ທີ່ເປັນເອກລັກ. ເຊິ່ງຈະໃຊ້ ທັງໝົດ 3200 ກວ່າຄົນ.

ທ່ານ ພອນສະຫວັນ ພັນທະວີຈິດ ກ່າວວ່າ: ງານສະແດງພິທີປິດການແຂ່ງຂັນ ທາງແຂວງ ອຸດົມໄຊ ຕັ້ງຄວາມຫວັງຈະ ເຮັດໃຫ້ມວນຊົນປະທັບໃຈ ທີ່ແຂວງໄດ້ເປັນເຈົ້າພາບໃນຄັ້ງນີ້, ໂດຍຈະມີການສະແດງ ກິລາພື້ນເມືອງ ແລະ ສິລະປະຂອງແຂວງ, ນອກຈາກ ນີ້, ພິເສດ ທຸກໆລາຍການຍັງຈະມີນັກກາຍຍະສິນແຫ່ງຊາດເຂົ້າມາຮ່ວມ ການສະແດງນຳ ພິທີຈະຍິ່ງໃຫຍ່ຊໍ່າໃດນັ້ນ, ຂໍເຊີນຊວນທຸກຄົນເຂົ້າມາຮ່ວມປິດ ງານດ້ວຍຄວາມເບີກບານມ່ວນຊື່ນຂອງງານມະຫາກຳກິລາແຫ່ງຊາດຄັ້ງທີ 10  ທີ່ແຂວງ ອຸດົມໄຊ.

ຂ່າວຍັງໃຫ້ຮູ້ອີກວ່າ: ແຂວງຊຽງຂວາງ ວ່າທີ່ຈະເປັນເຈົ້າພາບມະຫະກຳກິລາແຫ່ງໍຊາດຄັ້ງທີ 11 ປີ 2017 ພ້ອມແລ້ວ 100% ໃນການສະແດງສິລະປະ 3 ລາຍການ ໃນພິທີປິດງານມະ ຫາກຳກິລາແຫ່ງຊາດຄັ້ງທີ 10, ກ່ອນຈະຮັບທຸງກິລາໄປສູ່ດິນແດນ ວິລະຊົນຂອງຕົນຢ່າງເປັນທາງການເພື່ອເປັນເຈົ້າພາບຄັ້ງຕໍ່ໄປ. ທ່ານ ທອງຜິວ ສີປັນຍາ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ໃຫ້ຮູ້ວ່າ: ຫຼັງເຝິກແອບຢ່າງໜັກ ຢູ່ແຂວງຂອງຕົນມາເປັນເວລາ 3 ເດືອນ ແລະ ມາຮອດປັດຈຸບັນ, ພວກເຮົາມີຄວາມ ພ້ອມແລ້ວ 100%ໃນການກຽມສະແດງສິລະປະ 3 ລາຍການຄື: ຂັບຊຽງຂວາງ, ພູມພາບ ແຂວງ ຊຽງຂາວງ ແລະ ສາວຊຽງຂວາງ ໂດຍຈະໃຊ້ຄະນະນຳ ແລະ ນັກສະແດງ 180 ກວ່າຄົນ ກ່ອນຈະຮັບເອົາທຸງກິລາຢ່າງເປັນທາງການເພື່ອກຽມເປັນ ເຈົ້າພາບມະຫະກຳ ກິລາແຫ່ງຊາດຄັ້ງທີ 11 ໃນປີ 2017.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ