ລັດຖະບານຣັດ​ເຊຍ​ໃຊ້​ມາດ​ຕະການ​ເພື່ອ​ເຮັດ​ໃຫ້​ອັດຕາ​ແລກປ່ຽນ​ຂອງ​ເງິນຣຸບມີ​ຄວາມໝັ້ນທ່ຽງ
2014-12-18 19:25:03  cri 

​ໃນຫຼາຍມື້​ຜ່ານ​ມາ​ນີ້, ອັດຕາ​ແລກປ່ຽນ​ຂອງ​ເງິນຣຸບ​ໄດ້​ຕົກ​ຕ່ຳລົງຢ່າງ​ຫຼວງ ຫຼາຍ, ​ເຮັດ​ໃຫ້​ພາຍ​ນອກ​ເປັນ​ຫ່ວງ​ນຳ​ເສດຖະກິດ​ຂອງຣັດ​ເຊຍ. ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງຂອງຣັດ​ເຊຍ​ໄດ້​ໃຊ້​ມາດ​ຕະການ​ຢ່າງຮີບດ່ວນ, ເພື່ອວາງ​ມາດ​ຕະການ​ກັບ​ພາກສ່ວນ​ທີ່ກ່ຽວຂ້ອງຮັບ​ມື​ກັບ​ສະພາບ​ເງິນຣຸບອ່ອນ​ຄ່າ​ລົງ​ຢ່າງຫຼວງຫຼາຍ.

ວັນ​ທີ 17 ທັນວາ​ນີ້, ທະນາຄານ​ກາງຣັດ​ເຊຍ​ໄດ້​ອອກ​ປະກາດ​ແຈ້ງ​ການ ​ໂດຍ​ກ່າວ​ວ່າ, ​ເພື່ອ​ເຮັດ​ໃຫ້​ອັດ​ຕາ​ແລກປ່ຽນ​ຂອງ​ເງິນຣຸບມີ​ຄວາມ​ໝັ້ນທ່ຽງ ​ແລະ ສະໜັບສະໜູນ​ສະ​ຖາ​ບັນ​ການ​ເງິນຣັດ​ເຊຍ​ມີ​ຄວາມ​ໝັ້ນທ່ຽງ, ທະນາຄານ​ກາງຣັດ​ເຊຍ​ຈະ​​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ສະ​ຖາ​ບັນ​ການ​ເງິນ​ໃນ​ດ້ານ​ການ​ລະດົມ​ທຶນ. ນອກຈາກ​ນີ້, ທະນາຄານ​ກາງຣັດ​ເຊຍ​ຍັງ​ຈະ​ໃຊ້​ມາດ​ຕະການ​ເພື່ອ​ສົ່ງ​ເສີມ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ປ່ອຍ​ເງິນ​ກູ້.

​ໃນ​ມື້​ດຽວ​ກັນ, ກະຊວງ​ການ​ເງິນຣັດ​ເຊຍ​​ໄດ້​ຕົກລົງ​ຈຳໜ່າຍ​ເງິນ​ຕາ​ຕ່າງປະ​ເທດທີ່​ເຫຼືອ​ໃຊ້​ຈຳນວນ 7 ຕື້​ໂດ​ລາສະຫະລັດ​ໃນ​ຕະຫຼາດ, ​ເພື່ອ​ກີດ​ກັ້ນບໍ່​ໃຫ້​ເງິນຣຸບສືບ​ຕໍ່​ອ່ອນ​ຄ່າ​ລົງ​ຢ່າງ​ຫຼວງຫຼາຍ. ທ່ານ​ໄຮ​ລ໋ ​ໂມ​ອີ​ເຊ​ເຢັຟ ອາ​ເລັກ​ຊາ​ເຢັຟ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນຣັດ​ເຊຍ ​ໄດ້​ກ່າວ​ວ່າ: ຖ້າ​ມີ​ຄວາມ​ຈຳ​ເປັນ, ກະຊວງ​ການ​ເງິນຣັດ​ເຊຍ​ຈະ​ຈຳໜ່າຍ​ເງິນ​ໂດ​ລາ​ສະຫະລັດ​ໃນ​ຕະຫຼາດ.

ນອກຈາກ​ນີ້, ວັນ​ທີ 17 ທັນວາ​ນີ້, ທ່ານດີ​ມີ​ຕຣີ ​ແມັດ​ເວ​ເດັຟ, ນາຍົກລັດຖະມົນຕີຣັດ​ເຊຍ ​ໄດ້​ຈັດ​ກອງປະຊຸມ ​ໂດຍ​ຮຽກຮ້ອງ​ໃຫ້​ໃຊ້​ມາດ​ຕະການ​ໃນ​ທັນທີ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ເງິນຕາຕ່າງປະ​ເທດ​ມີ​ຄວາມ​ໝັ້ນທ່ຽງ. ​ໃນ​ກອງ​ປະຊຸມ​ຄັ້ງນີ້, ທ່ານ​ແມັດ​ເວ​ເດັຟ ກ່າວ​ວ່າ: ອົງການ​ລັດ ​ແລະ ທະນາຄານ​ກາງ ​ໄດ້​ວາງ​ມາດ​ຕະການ​ຕ່າງໆ​ເພື່ອ​ເຮັດ​ໃຫ້​ຕະຫຼາດ​ເງິນຕາມີ​ຄວາມ​ໝັ້ນທ່ຽງ, ​ໃນ​ນັ້ນ, ທ່ານ​ຈະ​ອະນຸມັດ​ບາງ​ມາດ​ຕະການ​ທີ່​ຈຳ​ເປັນ​ຈຳນວນ​ໜຶ່ງ. ທ່ານ​ກ່າວ​ຕື່ມ​ວ່າ: ຣັດ​ເຊຍ​ມີ​ເງິນ​ທຶນ​ສຳຮອງ​ຢ່າງ​ພຽງ​ພໍ ​ແລະ ມີ​ວິທີດ້ານ​ການ​ຕະຫຼາດຫຼາຍໆ​ຢ່າງ​​ໃນ​ການ​ຮັບ​ມື​ກັບການ​ເໜັງ​ຕິງ​ຢ່າງ​ໄວວາ​ຂອງ​ອັດຕາ​ແລກປ່ຽນ​ເງິນຕາ ​ແລະ ສະພາບ​ເສດຖະກິດ​ທີ່​ຂ້ຽວຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ