ຄະນະ​ກຳມະການ​ປະຕິບັດ​ງານ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເຂດ​ອົງການ​ຮ່ວມ​ມື​ຊຽງ​ໄຮກ່າວ​ປະນາມ​​ເຫດ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍທີ່​ເກີດ​ຂຶ້ນຢູ່ປາ​ກີ​ສະຖານ
2014-12-18 12:09:31  cri 
ວັນ​ທີ 17 ທັນວາ​ນີ້, ຢູ່​ນະຄອນຫຼວງ​ຕັສ​ເກັນ​ຂອງ​ອຸສ​ເບ​ກີ​ສະຖານ, ​ຄະນະ​ກຳມະການ​ປະຕິບັດ​ງານ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເຂດອົງການ​ຮ່ວມ​ມື​ຊຽງ​ໄຮຫຼື SCO​ ​ໄດ້​ອອກ​ຖະ​ແຫຼ​ງການ, ​ໂດຍ​ໄດ້​ກ່າວ​ປະນາ​ມຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​​ເປ​ຊາ​ວາ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສະຖານ​ໃນ​ວັນ​ທີ 16 ທັນວາ​ນີ້.

ຖະ​ແຫຼ​ງການ​ຂຽນ​ວ່າ, ຄະນະ​ກຳມະການ​ປະຕິບັດ​ງານ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ເຂດ​ SCO ​ໄດ້​​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ສະຖານະ​ການ​ຂອງ​ປະ​ເທດ​ດັ່ງກ່າວ, ຍິນ​ດີ​​ໃຫ້ການ​ສະໜັບສະໜູນ​ທຸກ​ຮູບ​ແບບ​ແກ່​ປາ​ກີ​ສະຖານ​ໃນ​ການ​ ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ, ລັດທິ​​ແບ່ງ​ແຍກ​ແລະ​ລັດທິ​ຫົວ​ຮຸນ​ແຮງ. ຄະນະ​ກຳ​ມະ​ການ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ການ​ກະທຳ​ຮຸນ​ແຮງ​ກໍ່​ການ​ຮ້າຍ​ທີ່​ແນ​ໃສ່​ປະຊາຊົນ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມີອາຍຸ​ບໍ່​ເຖິງກະສຽນຂອງ​ພວກ​ລັດທິ​ກໍ່​ການ​ຮ້າຍ, ​ໄດ້​ສະ​ແດງ​ຄວາມ​​​ເຫັນ​ໃຈຕໍ່​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ໃນ​ເຫດການກໍ່​ການ​ຮ້າຍ​ໃນ​ຄັ້ງ​ນີ້.

ຕອນ​ເຊົ້າ​ວັນ​ທີ 16 ທັນວາ​ນີ້​ຕາມ​ເວລາ​ທ້ອງຖິ່ນ, ກຸ່ມ​ປະກອບ​ອາວຸດ​ທີ່​ແຕ່ງ​ຕົວ​ເປັນ​ທະຫານ​ກຸ່ມ​ໜຶ່ງ​ໄດ້​ຫຼອນ​ໂຈມ​ຕີ​ໂຮງຮຽນ​ລູກ​ຫຼານ​ທະຫານ​ແຫ່ງໜຶ່ງ​ຢູ່​ເປ​ຊາ​ວາ​ຂອງ​ປາ​ກີ​ສະຖານ, ​ເຮັດ​ໃຫ້​ 141 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ, ລວມທັງ​ນັກ​ຮຽນ 132 ຄົນ​ແລະ​ຄູ 9 ຄົນ. ກຸ່ມ​ຕາ​ລີ​ບັນ​ຂອງ​ປາ​ກີ​ສະຖານ​ໄດ້​ປະກາດ​ວ່າໄດ້​ກໍ່​​ເຫດ​ຫຼອນ​ໂຈມ​ຕີ​​ໃນ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ