ຟ້ອນ​ກະຕະຊາຍດ່ຽວ​: ນະຄອນຫຼວງ ຄວ້າ 1 ຫຼຽນ​ຄໍາ​ ໃນອຸດົມໄຊເກມ
2014-12-18 17:01:29  cri 

ທ້າວ ອໍາ​ຄາ ວົງ​ພະຈັນ ນັກກີລາ​ກາ​ລາ​ເຕ້​ໂດ ປ​ະ​ເພດ​ຟ້ອນ​ກະ​ຕະຈາກ​ນະຄອນຫຼວງ​ວຽງ​ຈັນ ​ຍາດ​ໄດ້​ຫຼຽນ​ຄໍາ​ຟ້ອນ​ກະຕະດ່ຽວ​ຊາຍ​ໄດ້​ສໍາ​ເລັດ ຫຼັງຈາກ​ສາມາດ​ເອົາ​ຊະນະ ທ້າວ ຄໍາ​ປັນຍາ ​ໄຊ​ຍະ​ວົງ ຈາກ​ແຂວງ​ຊຽງຂວາງ ​ໄປ​ດ້ວຍ 3-0 ຄະ​ແນນ ​ໃນ​ມື້​ເປີດ​ສາກ​ການ​ແຂ່ງຂັນ​ມື້​ທໍາ​ອິດ​ເມື່ອ​ວັນ​ທີ 18 ທັນວາ. ​

ວັນທີ 18 ທັນວານີ້, ​ໄດ້​ມີ​ການ​ຊີງ​ໄຊ​ກາ​ລາ​ເຕ້ໂດ ປະ​ເພດ​ຟ້ອນ​ກະຕະທັງສອງ​ປະ​ເພດ​ຄື: ຊາຍດ່ຽວ​ ​ແລະ ຍິງດ່ຽວ​ ​ເຊິ່ງການ​ແຂ່ງຂັນຊາຍ​ດ່ຽວ​​ ມີ​ຕົວ​ແທນ​ຈາ​ກ 6 ພາກສ່ວນ​ເຂົ້າ​ຮ່ວມ​ຄື ນະຄອນຫຼວງ, ​ແຂວງ​ຄໍາ​ມ່ວນ, ຊຽງ​ຂວາງ, ຈໍາປາ​ສັກ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເຈົ້າພາບ​ແຂວງ​ອຸດົມ​ໄຊ. ​ມີ​ການ​ຊີງ​ໄຊ​ທັງ​ໝົດ 12 ຫຼຽນ​ຄໍາ, 12 ຫຼຽນ​ເງິນ ​ແລະ 24 ຫຼຽນ​ທອງ ຈາກ 12 ລາຍການ ປະກອບ​ດ້ວຍ ຟ້ອນ​ກະຕະມີ 2 ລາຍການ ​ແລະ ປະ​ເພດ​ຕໍ່ສູ້ 10 ລາຍການ.

ຜົນການແຂ່ງຂັນ: ຟ້ອນ​ກະຕະຊາຍ​ດ່ຽວ ຕົວ​ແທນ​ຈາກ​ນະຄອນຫຼວງ​ ຄື ທ້າວ ອໍາ​ຄາ ວົງ​ພະຈັນ ​ເຈົ້າ​ຂອງ​ຫຼຽນ​ຄໍາ​ໃນ​ກີລາ​ຊີ​ເກ​ມ ຄັ້ງ​ທີ 25 ​ແລະ ​ກີລາ​ມະຫາວິ​ທະ​ຍາ​ໄລ​ອາຊຽນ, ລວມ​ທັງ​ເຈົ້າ​ຂອງ​ຫຼຽນ​ທອງ​ງານ​ມະຫາ​ກໍາ​ກີລາ​ແຫ່ງ​ຊາດ​ຄັ້ງ​ທີ 9 ສະ​ແດງ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນ. ​ໃນ​ຮອບ​ຊີງ​ຊະນະ​ເລີດ ທ້າວ ອໍາ​ຄາ ລົງ​ແຂ່ງ​ກັບ ຄໍາ​ປັນຍາ ຈາກ​ແຂວງ​ຊຽງ​ຂວາງ ​ສາມາດ​ຟ້ອນ​ໄດ້​ສົມບູນ​​ເໜືອກ​ວ່າ ​ແລະ ​ເອົາ​ຊະນະ​ໄປ​ໄດ້​ ​​3-0 ຄະ​ແນນ ​ຍາດ​ໄດ້​ຫຼຽນ​ຄໍາປະ​ເພດ​ຟ້ອນ​ກະຕະຊາຍດ່ຽວ​ມາ​ຄອງ​ໄດ້​ສໍາ​ເລັດ. ຫຼຽນ​ເງິນທ້າວ ຄໍາ​ປັນຍາ​ ແລະ ຫຼຽນ​ທອງ​ຮ່ວມ ​ທ້າວ ລໍ​າມະ​ວິນ ຈາກ​ອຸດົມ​ໄຊ ​ແລະ ທ້າວ ສຸລິ​ໄຊ ຈາກ​ຈໍາປາ​ສັກ.

ສ່ວນ​ປະ​ເພດ​ຍິງດ່ຽວ​: ຫຼຽນ​ຄໍາ ນາງ ທະວີ​ພອນ ຈາກ​ຈໍາປາ​ສັກ​ ຊະນະ ​ນາງ ​ເທບ​ສຸດາ ຈາກ​ແຂວງອຸດົມ​ໄຊ ​ໄປ​ດ້ວຍ​ຄະ​ແນນ 2-1 ສ່ວນຫຼຽນທອງ​ຮ່ວມ ນາງ ອ້ອຍ​ໃຈ ຈາກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫ​ງົບ ​ແລະ ນາງ ວິ​ໄລ​ພອນ ຈາກ​ແຂວງ​ສາລະ​ວັນ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ