ນາຍົກລັດຖະມົນຕີຈີນພົບປະກັບນາຍົກລັດຖະມົນຕີໄທ
2014-12-23 11:25:50  cri 

ຕອນບ່າຍວັນທີ 22 ທັນວານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະເຈລະຈາກັບທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນ ຕີໄທຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຫຼີເຄີ້ສຽງກ່າວວ່າ, ຈີນ​ຍິນ​ດີ​ຮ່ວມ​ກັບ​​ໄທ​​ເລີ່​ມຕົ້ນ​ການ​ປຶກສາ​ຫາລືບັນຫາ​ລະອຽດ​ເປັນ​ຕົ້ນ​ແມ່ນ​ຮູບ​ແບບ​ການ​ຮ່ວມ​ມື​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ​ເລັ່ງລັດ​ກະກຽມ​ໄລຍະ​ຕົ້ນ​ໃຫ້​ດີ​,ພະຍາຍາມ​ໃຫ້​ໂຄງການ​ລົດ​ໄຟ​ເລີ່​ມລົງມື​ກໍ່ສ້າງ​ໂດຍ​ໄວ ​ເຮັດ​ໃຫ້​ສອງ​ຝ່າຍ​ພ້ອມ​ດ້ວຍ​ປະຊາຊົນ​ທີ່ຢູ່ ລຽບຕາມເສັ້ນທາງລົດໄຟໄດ້ຮັບຜົນປະໂຫຍ​ດ​ໂດຍ​ໄວ​.

ທ່ານຫຼີ​ເຄີ້ສຽງຊີ້​ໃຫ້​ເຫັນ​ວ່າ, ຫວັງ​ໃຫ້​ສອງ​ຝ່າຍ​ຈະ​ກຳ​ແໜ້ນ​ທິດ​ທາງ​ລວມ​ແຫ່ງ​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນ​ສອງ​ຝ່າຍ, ຍົກ​ສູງ​ຂະໜາດ​ແລະ​ລະດັບ​ການ​ຮ່ວມ​ມື, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ໃໝ່, ຊຸກຍູ້​ໃຫ້​ນຳ​ໃຊ້​ເງິນຕາ​ປະ​ເທດ​ໃຜລາວ​ເປັນ​ເງິນຕາ​ຊຳລະ​ສະ​ສາງ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ດ້ານ​ວັດທະນະທຳ,ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການທ່ອງທ່ຽວ​ແລະ​ຂົງ​ເຂ​ດອື່ນໆ, ຫວັງ​​ໃຫ້​ຝ່າຍ​ໄທ​ອຳນວຍ​ການ​ສະໜັບສະໜູນ​ແລະ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຈີນ​ໃນ​ການ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດຂຸດ​ຄົ້ນ​ແລະ​ພັດທະນາ​ຊັບພະຍາກອນ​ແຮ່​​ໂປ​ຕາສ(potash).

ທ່ານ​ປຣະຢຸດ​ກ່າວ​ວ່າ, ການ​ຮ່ວມ​ມື​​ໄທ-ຈີນ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຂອງ​ໄທ, ຝ່າຍ​ໄທ​ເດັດດ່ຽວ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຍົກ​ລະດັບ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ, ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ເລັ່ງລັດ​ປະຕິບັດ​ສັນຍາ​ການ​ຮ່ວມ​ມື​ທາງ​ລົດ​ໄຟ,ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ແລະ​ອື່ນໆ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ເສດຖະກິດ​ການ​ຄ້າ,ການ​ທະນາຄານ, ການ​ລົງທຶນ​ແລະ​ວັດທະນະທຳ​ເປັນ​ຕົ້ນ. ທັງ​ນີ້​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ສູ່​ປະຊາຊົນ​ສອງ​ຊາດ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ຝ່າຍ​ໄທ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ໄປ​ລົງ​ທຶນ​ແລະ​ສ້າງ​ຕັ້ງ​ໂຮງງານ​ຢູ່​ໄທ. ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ,ສະ​ເຖຍລະ​ພາບ​ແລະ​ກາ​ນພັດທະນາ​ຂອງ​ພາກພື້ນ, ຝ່າຍ​ໄທ​ຍິນ​ດີ​ປະສານ​ສົມທົບ​ກັບ​ຝ່າຍ​ຈີນ​ຢ່າງ​ໃກ້ຊິດ, ຊຸກຍູ້​ການ​ພົວພັນ​ຈີນ-ອາ​ຊຽນ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ໃຫ້ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ຫຼັງ​ການ​ພົບ​ປະ​ເຈລະຈາ, ນາຍົກລັດຖະມົນຕີທັງສອງປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິຍານ​ໃຫ້​ແກ່​ການ​ລົງ​ລາຍ​ເຊັນ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ທະນາຄານ, ຊົນລະປະທານ​​ແລະ​ອື່ນໆ​.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ