ນາຍົກ​ໄທ​ສຳຜັດ​ກັບ​ລົດ​ໄຟ​ລະຫວ່າງ​ປັກ​ກິ່ງ​​ແລະ​ທຽນ​ສິນ​ຂອງ​ຈີນ
2014-12-24 16:57:57  cri 


"ຂ້າພະ​ເຈົ້າ​ມັກ​ຄວາມ​ໄວ​ສູງ" ຕອນ​ເຊົ້າວັນ​ທີ 23 ທັນວາ​ນີ້, ​ເນື່ອງ​ໃນ​ໂອກາດ​ດຳ​ເນີນ​ການຢ້ຽມຢາມ​ຈີນ, ທ່ານປຣະຢຸດ ຈັນ​ໂອຊາ, ນາຍົກລັດຖະມົນ​ຕີ​ໄທ​ໄດ້​​ໄປ​ທັດສະ​ນະ​ສຶກສາສູນສັດ​ປ່ຽນ​ແລະ​ບັນຊາ​ທາງ​ລົດໄຟ​ທົ່ວ​ປະ​ເທດ​ຂອງ​ຈີນ, ​ແລະ​ໄດ້ຂີ່ລົດ​ໄຟ​ລະຫວ່າງ​ປັກ​ກິ່ງ​​ຫາ​ທຽນ​ສິນ, ​ເຊິ່ງ​ໄດ້​ເຮັດ​ໃຫ້ທາງລົດ​ໄຟ​ກາຍ​ເປັນ​ຈຸດ​ສຸມ​ສາຍຕາຂອງ​ຊາວ​ຈີນ​ແລະຊາວ​ໄທອີກ​ຄັ້ງ​ໃໝ່​.​​

ເມື່ອຄວາມ​ໄວຂອງລົດ​ໄຟດັ່ງກ່າວ​ໄດ້​ຂຶ້ນ​ຮອດ 306 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ພະນັກງານ​ຕິດຕາມ​ຝ່າຍ​ຈີນໄດ້​ເຊີນ​ທ່ານປຣະຢຸດ​ໄປ​ເບິ່ງ​ໜ້າ​ຈໍ​ສະ​ແດງ​ຕົວ​ເລກ​ຄວາມ​ໄວ​ຂອງ​ລົດ​ໄຟ. "ຂ້າພະ​ເຈົ້າບໍ່ໄດ້ມີ​ຄວາມຮູ້ສຶກ (ຕໍ່​ຄວາມ​ໄວຂອງ​ລົດ​ໄຟ) ​ແຕ່​ຢ່າງ​ໃດ, ກະດຽວວ່າ​ມັນ​ຍັງ​ຊ້າ​ຢູ່, ​ແຕ່​ຄວາມ​ຈິງ​ແລ້ວ​ມັນໄວ​ພໍ​ສົມຄວນ​ແລ້ວ." ທ່ານປຣະຢຸດກ່າວ​ວ່າ, "ຂ້າພະ​ເຈົ້າ​ມັກ​ຄວາມ​ໄວ​ສູງ."

ທ່ານປຣະຢຸດກ່າວຕື່ມ​ວ່າ, ມີ​ຫຼາຍ​ປະ​ເທດ​ຫວັງຢາກ​ສ້າງ​ທາງ​ລົດ​​ໄຟ​ຢູ່​ໄທ, ​ແຕ່​ວ່າ​ໄທ​ຫວັງວ່າ​ສືບ​ຕໍ່​ປຶກສາ​ຫາລື​ກັບ​ຈີນ. ​ໄທ​​ແລະຈີນກຳລັງ ປຶກສາ​ຫາລື​ກ່ຽວ​ກັບບັນຫາ​ລະອຽດ​ເຊັ່ນ, ຄວນ​ຮ່ວມທຶນແນວ​ໃດ, ອັດຕາ​ສ່ວນ​ແບ່ງປັນ​ລາຍ​ໄດ້, ໄທ​ຢາກ​ເປັນ​ຝ່າຍດຳ​ເນີນ​ທາງ​ລົດ​ໄຟ, ຈີນ​ຊ່ວຍ​ໄທ​ສ້າງ​​ຖານ​ສ້ອມ​ແປງ​​ບຳລຸງຮັກສາ​ແລະບັນຫາ​ອື່ນໆ. ທ່ານ​ສະ​ເໜີ​ໃຫ້​ໄທ​ກໍ່ສ້າງ​ລາງ​ລົດ​ໄຟ​ໂດຍໃຊ້​ທຶນ​ຂອງ​ຕົນ​ເອງ​, ສ່ວນ​ອຸປະກອນ​ເຄື່ອນ​ທີ່​ແລະ​ລະບົບ​ສົ່ງ​ສັນຍານ​ແມ່ນ​ໃຫ້​ຝ່າຍຈີນ​ຮັບຜິດຊອບ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ