ຝ່າຍ​ຈີນ​ຍ້ອງຍໍ​ທ່າ​ທີ​ຈິງ​ໃຈ​ຂອງ​ຜູ້ນຳ​ເຢຍລະ​ມັນ​ທີ່​ມີຕໍ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງ
2015-01-28 18:43:35  cri 

ວັນ​ທີ 27 ມັງກອນ​ນີ້ ຫຼາຍ​ປະ​ເທດ​ເອີຣົບ​ໄດ້​ຈັດ​ກິດຈະກຳ​ "ວັນ​ລະນຶກສັງຫານ​ໝູ່​ສາກົນ"​ແລະ​ກິດຈະກຳ​ລະນຶກ​ວັນ​ປົດ​ປ່ອຍ​ຄ້າຍ​ກັກຂັງ​ໂອ​ສວີສຄົບຮອບ 70 ປີ. ທ່ານ​ໂຈ​ອາ​ຮິມ ​ກ໋ອກ ປະທານາທິບໍດີ​ເຢຍລະ​ມັນ​ຢືນຢັນ​ວ່າ ບໍ່​ມີ​ຊາວ​ເຢຍລະ​ມັນ​ຜູ້​ໃດ​ແມ່ນ​ບໍ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​ຄ້າຍ​ກັກ​ຂັງ​ໂອ​ສວິສ, ການ​ສັງຫານ​ໝູ່​ຄັ້ງນັ້ນ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ປະຫວັດສາດ​ເຢຍລະ​ມັນ. ທ່ານ​ນາງ​ແອັງ​ເຈີ​ລາ ​ເມີ​​ເກ​ວ ນາຍົກລັດຖະ ມົນຕີ​ເຢຍລະ​ມັນ​ກໍ​ໄດ້​ຢືນຢັນ​ວ່າ ຊາວ​ເຢຍລະ​ມັນ​ຮູ້ສຶກ​ລະອາຍ​ຢ່າງ​ເລິກ​ເຊິ່ງຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​​.

ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮວ້າຊຸນຊິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນຊີ້​ໃຫ້​ເຫັນ​ວ່າ ປີ​ນີ້​​ແມ່ນ​ສົງຄາມ​ຕ້ານ​ຟາ​ຊິດ​ໂລກໄດ້ຮັບໄຊຊະນະຄົບຮອບ 70 ປີ, ຫຼາຍ​ປະ​ເທດ​ພ້ອມ​ດ້ວຍ​ປະຊາຊົນ​ໃນ​ໂລກ​ໄດ້​ຈັດ​ກິດຈະກຳ​ທີ່​ກ່ຽວຂ້ອງ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ລະນຶກ​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ສົງຄາມ, ອະທິຖານ​​ແລະ​ປາຖະໜາ​ໃຫ້​ໂລກ​ມີ​ສັນຕິພາບ​ຖາວອນ, ​ເພື່ອ​ໃຫ້​ຊາວ​ໂລກ​ຖອດ​ຖອນ​ບົດຮຽນປະຫວັດສາດຢ່າງເລິກ​ເຊິ່ງຈາກ​ໄພ​ພິບັດ​ທີ່ບໍ່​ເຄີຍ​ມີ​ມາກ່ອນ​ໜ້າ​ນີ້ 70 ປີ, ຫຼີກ​ເວັ້ນບໍ່​ໃຫ້​ເລື່ອງ​ໂສກ​ນາດຕະກຳ​ໃນ​ປະຫວັດສາດ​ເກີດ​ຂຶ້ນ​ອີກ. ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜູ້ນຳ​ເຢຍລະ​ມັນ​ທີ່​ມີ​ທ່າ​ທີ​ອັນ​ຈິງ​ໃຈ​ຕໍ່​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ