ຈີນ​ໂຕ້​ຕອບການ​ລາຍ​ງານ​ຂ່າວ​ທີ່ບໍ່​ຖືກຕ້ອງ​ຕາມ​ຄວາມ​ຈິງ​ຂອງ "ນິວຢອກ​ທາມ​ສ໌" ອາ​ເມ​ລິ​ກາ
2015-01-28 15:56:45  cri 

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ມັງກອນນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຝ່າຍ​ຈີນ​ຄັດຄ້ານ​ການ​ກະທຳຕັດ​ໄມ້​, ຂຸດ​ຄົ້ນບໍ່​ແຮ່, ການ​ຄ້າ​-ຂາຍສັດປ່າ​ແລະ​​ເຄື່ອງ​ປ່າ​ຂອງ​ດົງແບບ​ຜິດ​ກົດໝາຍ, ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ​ໄດ້​ບິດ​ເບືອນ​ຄວາມຈິງ.

ໜັງສືພິມ "ນິວຢອກ​ທາມ​ສ໌" ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 25 ມັງກອນ​ນີ້​ໄດ້​ພິມ​ບົດ​ນຳ ​ໂດຍ​ກ່າວ​ວ່າ: ຈີນ​ກຳລັງ​ປຸ້ນ​ສະດົມ​ຊັບພະຍາກອນ​ຂອງ​ມຽນມາ ​ເຊັ່ນ ​ໄມ້​ດູ່, ສັດປ່າ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ​ແຮ່​ທາດ, ຮຽກຮ້ອງ​ໃຫ້​ສະກັດ​ກັ້ນການ​ກະທຳ​ແບບ​ນີ້.

ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ ກ່າວ​ວ່າ: ຝ່າຍ​ຈີນ​ໄດ້​ສົນ​ໃຈ​ຕໍ່ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ທີ່​ກ່ຽວຂ້ອງ, ການ​ລາຍ​ງານ​ຂ່າວ​ດັ່ງກ່າວ​ໄດ້​ບິດ​ເບືອນ​ຄວາມ​ຈິງ, ​ໂດຍ​ມີ​ເຈດ​ຕະນາ​ບໍ່​ດີ​ທີ່​ຢາກຍຸ​ແຍ່​ແບ່ງ​ແຍກ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ.

ທ່ານ​ນາງ​ຮວ້າຊຸນ​ຢິງ ກ່າວ​ຕື່ມ​ວ່າ: ​ຈີນ​ຄັດຄ້ານ​ການ​ກະທຳຕັດ​ໄມ້, ຂຸດ​ຄົ້ນບໍ່​ແຮ່, ການ​ຄ້າ-ຂາຍ​ສັດປ່າ​ແລະ​ເຄື່ອງ​ປ່າ​ຂອງ​ດົງ​​ແບບ​ຜິດກົດໝາຍມາ​ໂດຍ​ຕະຫຼອດ, ພ້ອມ​ທັງ​ສຸມ​ໃສ່​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ໃກ້​ຄຽງ ​ເຊິ່ງລວມທັງ​ມຽນມາ, ​ເພື່ອ​ຮ່ວມ​ກັນປາບ​ປາມ​ການ​ເຄື່ອນ​ໄຫວຜິດ​ກົດໝາຍ​ປະ​ເພດ​ນີ້​ຢ່າງ​ເຂັ້ມງວດ, ພ້ອມ​ກັນນັ້ນ, ຍາມ​ໃດຈີນ​ກໍຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ແລະ​​ສ່ວນບຸກຄົນທີ່​​ໄປ​ຕ່າງປະ​ເທດ​ເພື່ອດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້ານັ້ນຕ້ອງ​ເຄົາລົບກົດໝາຍ​ແລະ​ຂໍ້​ກຳນົດຂອງ​ປະ​ເທດ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ