ຮົງ​ກົງ​ຖືກ​ຄັດ​ເລືອກ​ເປັນ​ອົງ​ກອນ​ເສດຖະກິດ​ທີ່​ມີ​ເສລີພາບ​ຫຼາຍ​ທີ່​ສຸດ​​ໃນ​ໂລກຢ່າງ​ຕິດ​ຕໍ່​ກັນ​ເປັນ​ເວລາ 21 ປີ
2015-01-28 15:44:59  cri 

ວັນ​ທີ 27 ມັງກອນ​ນີ້, ສະພາກ​ອງທຶນ​ມູນ​ເຊື້ອ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີ​ຍບົດ​ລາຍງານ​ກ່ຽວ​ກັບ​ດັດ​ຊະນີ​ລະດັບ​​ເສລີ​ພາບ​ດ້ານ​ເສດຖະກິດ 2015 ​ໂດ​ຍສະ​ແດງ​​ໃຫ້​ເຫັນ​ວ່າ, ຮົງ​ກົງ​ໄດ້​ຖືກສະພາກ​ອງທຶນ​ມູນ​ເຊື້ອ​ອາ​ເມ​ລິ​ກາ​ຄັດ​ເລືອກ​ເປັນອົງ​ກອນ​ເສດຖະກິດ​ທີ່​ມີ​ເສລີ​ພາບ​ຫຼາຍທີ່​ສຸດ​ໃນ​​ໂລກຢ່າງ​ຕິດ​ຕໍ່​ກັນ​ເປັນ​ເວລາ 21 ປີ. ອົງການ​ປົກຄອງ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​ສະ​ແດງ​ຄວາມ​ຊົ​ມ​​ເຊີຍ​ຕໍ່​ເລື່ອງ​ນີ້ ​ແລະ​ກ່າວວ່າ​ຈະ​ສືບ​ຕໍ່​ສຸມ​ກໍາລັງ​ເ​ຂົ້າ​ໃນຫຼັກການ​ຕະຫຼາດ​ເສລີພາບ ​ແລະ​ຮັກ​ສາ​ສະພາບ​​ແວດລ້ອມ​ດໍາ​ເນີນ​ທຸລະ​ກິດ​ຂອງ​ຮົງ​ກົງ​ທີ່​ມີຄວາມ​ສະ​ເໝີ​ພາບ, ມີ​ປະສິດທິພາບ​ສູງ ​ແລະ​ມີ​ອັດຕາ​ດອກ​ເບັ້ຍ​ຕໍ່າ.

ບົດ​ລາຍ​ງານ​ໄດ້​ຈັດອັນ​ດັບ​ຕໍ່​ລະດັບ​ເສລີພາບ​ຂອງ 178 ອົງ​ກອນ​ເສດຖະກິດ​ໃນ​ໂລກ ​ໂດ​ຍອີງ​ຕາມປັດ​ໄຈ 10 ປະ​ການ ຄື ​ເສລີ​ພາບ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ, ​ເສລີ​ພາບ​ດ້ານການ​ຄ້າ, ​ເສລີ​ພາບດ້ານ​ການ​ເງິນ, ງົບປະມານ​ຂອງ​ອົງການ​ປົກ​ຄອງ​ຫຼື​ລັດຖະບານ, ​ເສລີພາບ​ດ້ານ​​ເງິນຕາ, ​ເສ​ລີ​ພາບ​ດ້ານ​ການ​ລົງທຶນ, ​ເສລີ​ພາບ​ດ້ານ​ການ​ທະນາຄານ, ການ​ຮັບ​ປະ​ກັນ​ສິດ​ຊັບ​ສົ​ມບັດ, ລະດັບ​ຊື່ສັດ​ບໍລິສຸດ ​ແລະ​ຄວາມ​ເສລີພາບ​ດ້ານ​ແຮງ​ງານ. ​ໃນຕາຕະລາງການຈັດ​ອັນ​ດັບດັ່ງ​ກ່າວ, ສິງກະ​ໂປ​ຢູ່​ໃນ​ອັນ​ດັບ​ທີ 2, ນູ​ແວັນ​ເຊ​ລັງ​ຢູ່​ອັນ​ດັບ​ທີ 3, ຮອງ​ຈາກ​ນັ້ນ​ແມ່ນ​ອົສຕຣາລີ ​ແລະ​ສວິສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ