
ຫຼັງການຢ້ຽມຊົມການສະແດງດົນຕີພື້ນເມືອງ, ການທັກແຊ່ວຜ້າ, ການຕັດເຈ້ຍຮູບພາບ ແລະ ອື່ນໆ, ທ່ານນາງ ແກ້ວສາຍໃຈ ໄຊຍະສອນ ກ່າວວ່າ: ຮູ້ສຶກປະທັບໃຈທີ່ສຸດທີ່ໄດ້ເຫັນສີມືຂອງນັກສິລະປະຈີນທີ່ມີຄວາມປານີດລະອຽດອ່ອນ, ໂດຍສະເພາະການຕັດເຈ້ຍ, ການທັກແຊ່ວ, ແລະການເປົ່າເຄື່ອງດົນຕີທີ່ມີລັກສະນະພິເສດດີຫຼາຍ, ຫວັງວ່າສູນດັ່ງກ່າວຈະເສີມຂະຫຍາຍບົດບາດສຳຄັນ ໃນການແລກປ່ຽນວັດທະນະທຳຂອງລາວ-ຈີນ, ເພື່ອໃຫ້ຄົນລາວຮຽນຮູ້ວັດທະນະທຳຂອງຈີນ.

ໃນໂອກາດບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ ພັນລະຍາປະທານປະເທດ ໄດ້ອວຍພອນ ໃຫ້ຊາວຈີນ ແລະ ຊາວລາວ ເຊື້ອສາຍຈີນ ທີ່ດຳລົງຊີວິດ ຢູ່ລາວ ຈົ່ງຮັກແພງຊ່ວຍເຫຼືອກັນ, ສາມັກຄີກັນຕະຫຼອດໄປ, ເປັນອ້າຍນ້ອງກັນ, ແລະບໍ່ຫຼົງລືມກັນຈັກເທື່ອ, ຮັກແພງກັນຍືນຍາວ, ມີຄວາມສຸກ ແລະ ປະສົບຜົນສຳເລັດ, ພ້ອມກັນຮັກສາມູນເຊື້ອ ຮັກແພງລະຫວ່າງ ລາວ-ຈີນ ໃຫ້ເຕີບໃຫຍ່ ຍິ່ງຂື້ນ.


















