ຈີນ​ເປັນ​ປະທານໄຂ​ກອງ​ປະຊຸມ​ອະພິປາຍ​​ແບບ​ເປີດກວ້າງ​ຂອງ​ສະພາ​​ຄວາມ​ໝັ້ນຄົງ ສປຊ ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມໝັ້ນຄົງ​ຂອງ​ສາກົນ
2015-02-24 16:06:58  cri 


(ທ່ານຫວາງອີ້ ເປັນປະທານໄຂກອງປະຊຸມອະພິປາຍແບບເປີດກວ້າງກ່ຽວກັບສັນຕິພາບແລະຄວາມໝັ້ນຄົງສາກົນໃນຖານະເປັນປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ )





ວັນ​ທີ 23 ກຸມພາ​ນີ້ ຢູ່​ທີ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ​ໃນ​ຖານະ​ເປັນ​ປະທານ​ສະພາຄວາມ​ໝັ້ນຄົງສະຫະ​ປ​ະຊາ​ຊາດ, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເປັນ​ປະທານ​ໄຂ​ກອງ​ປະຊຸມ​ອະພິປາຍ​ແບ​ເປີດກວ້າງ​ທີ່​ຖື​ສັນຕິພາບ​ແລະ​ຄວາມໝັ້ນຄົງ​ຂອງ​ສາກົນ​ເປັນ​ຫົວ​ຂໍ້.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ປີ​ນີ້ ພວກ​ຂ້າພະ​ເຈົ້າ​ຈະຕ້ອນຮັບວັນ​ຄົບຮອບ 70 ປີ​ຂອງສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​ໄຊຊະນະ​ແລະວັນ​ຄົບຮອບ 70 ປີ​ຂອງ​ການ​ສ້າງ​ຕັ້ງ​ອົງການ​ສະຫະ​ປະຊາ​ຊາດ. ​ເຊິ່ງ​ເປັນ​ປີ​ໜຶ່ງ​ທີ່​ສຳຄັນ​ແລະ​ໜ້າ​ຈາລຶກ​ໄວ້, ​ແລະ​ກໍ່​ແມ່ນ​ໂອກາດ​ຄັ້ງ​ປະຫວັດສາດ​ທີ່​ສືບ​ອັນ​ກ່ອນ​ຕໍ່​ອັນ​ລຸນ. ​ໃນ​ຖານະ​ເປັນ​ປະທານ​ໝູນວຽນ​ປະຈຳ​ເດືອນ​ນີ້​ຂອງ​ສະພາ​ຄວາມ​ໝັ້ນຄົງ, ຈີນ​ໄດ້​ລິ​ເລີ່​ມ​ໄຂ​ກອງ​ປະຊຸມ​ອະພິປາຍ​ແບບ​ເປີດ​ກວ້າງ​ຄັ້ງ​ນີ້​ຂຶ້ນ​ ​ແມ່ນ​ເພື່ອ​ຮ່ວມ​ກັບປະ​ເທດ​ຕ່າງໆ​ຫວນ​ຄືນ​ປະຫວັດສາດ, ​ແລະ​ມຸ່ງ​ໜ້າ​​ສູ່​ອະນາຄົດ.
ທ່ານ​ຫວາງ​ອີ້​ກ່າວ​ຕື່ມວ່າ, ກ່ຽວ​ກັບ​ການ​ພົວພັນ​ສາກົນ​ໃນ​ສັດຕະວັດ​ທີ 21, ຈີນ​ມີ​ຄວາມ​ເຫັນ​ຄື: 1, ຕ້ອງການ​ສັນຕິພາບ, ບໍ່​​​ໃຫ້​ມີການ​ປະ​ທະ​ກັນ. 2: ຕ້ອງການ​ຮ່ວມ​ມື​ກັນ, ບໍ່​​ໃຫ້​ມີ​ການເປັນ​ປໍ​ລະ​ປັກ​ກັນ. 3, ຕ້ອງການ​ຍຸດຕິ​ທຳ, ບໍ່​​ໃຫ້​ມີ​ມະຫາ​ອຳນາດ. 4, ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ, ບໍ່​ຄວນ​ເກີດ​ກໍລະນີ​ທີ່ຝ່າຍ​ໜຶ່ງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຈາກ​ການ​ເສຍ​ຫາຍ​ຂອງ​ອີກ​ຝ່າຍ​ໜຶ່ງ.

​ສຸດ​ທ້າຍ ທ່ານ​ຫວາງ​ອີ້​ກ່າວ​ວ່າ, ຫວັງວ່າ​ຜ່ານ​ການ​ອະພິປາຍ​ຄັ້ງ​ນີ້ ສາມາດ​ເປີດ​ສາກ​ໃຫ້​ແກ່​ການ​ລະນຶກ​ສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ໄດ້​ຮັບ​​ໄຊຊະນະ​ແລະ​ການ​ສ້າງ​ຕັ້ງ​ອົງການ​ສະຫະ​ປະຊາ​ຊາດ​ຄົບຮອບ 70 ປີ, ​ເຮັດ​ໃຫ້ຈິດ​ໃຈ​ກົດ​ບັດ​ສະຫະ​ປະຊາ​ຊາດ​ສາມາດ​ເຜີຍ​ແຜ່​​ເປັ່ງ​ລັດສະໝີ​ໄປ​ສູ່​ທົ່ວ​ໂລກ, ​ໃຫ້​ທັດສະນະ​ທີ່​ຮ່ວມ​ມື​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນນັ້ນ​ເຜີຍ​ແຜ່​ໄປ​ສູ່​ທົ່ວ​ໂລກ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ