ວົງ​ການ​ຕ່າງໆຂອງສ.​ເກົາຫຼີສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ສຳ​ເລັດ​ການເຈລະຈາ​ຂອງເຂດ​ການ​ຄ້າ​ເສລີ​ຈີນ-​ສ.​ເກົາຫຼີ​
2015-02-26 18:42:10  cri 
  ວັນ​ທີ 25 ກຸມພາ​ນີ້, ຈີນ​ແລະ​ສ.​ເກົາຫຼີ​ໄດ້​ສຳ​ເລັດ​ການ​​ເຊັນ​ຊົ່ວຄາວເອກະສານ​ທັງ​ໝົດ​ຂອງສັນຍາການ​ຄ້າ​ເສລີ​ຈີນ​-ສ.​ເກົາຫຼີ, ​ແລະ​ໄດ້​ຢືນຢັນຕໍ່​ເນື້ອ​ໃນ​ຂອງ​ສັນຍາ​ແລ້ວ. ມາຮອດ​ປະຈຸ​ບັນ​, ການ​ເຈລະຈາກ່ຽວ​ກັບ​ການ​ສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ-ສ.​ເກົາຫຼີ​ໄດ້​ສຳ​ເລັດຢ່າງຮຽບຮ້ອຍ​ແລ້ວ. ວົງ​ການ​ຕ່າງໆ​ຂອງ​ສ.​ເກົາຫຼີ​ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ທັງໄດ້​ຕີ​ລາຄາ​​ໃນ​ທາງ​ບວກ​ຕໍ່​ເລື່ອງ​ດັ່ງກ່າວ.

   ມື້​ດຽວ​ກັນ, ຂ່າວ​ສານ​ໂຢນຮັບ​ຂອງສ.​ເກົາຫຼີ​ໄດ້​ພິມ​ບົດ​ວິຈານ​ວ່າ: ​ການ​​ເຊັນຊົ່ວຄາວເອກະສານເຂດ​ການ​ຄ້າ​ເສລີ​ຈີນ​-ສ.​ເກົາຫຼີ​ແມ່ນ​ການ​ກ້າວ​ກະ​ໂດດຄັ້ງ​ໃໝ່​ໃນ​ການເຈລະຈາ​ກ່ຽວ​ກັບ​ການ​ສ້າງເຂດ​ການ​ຄ້າ​ເສລີ​ຈີນ-​ສ.​ເກົາຫຼີ, ທັງ​ເປັນຂີດ​ໝາຍສະ​ແດງ​ໃຫ້​ເຫັນ​ວ່າ​​ເວລາ​ແຫ່ງ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ເສດຖະກິດ​ລະຫວ່າງສ.​ເກົາຫຼີ​ແລະ​ຈີນ​ໄດ້​ເລີ່​ມໝູນ​ໄປ​ແລ້ວ.

  ມື້​ດຽວ​ກັນ, ຄະນະ​ກຳມະການນະ​ໂຍບາຍ​ພົນລະ​ເມື​ອງຕໍ່​ສັນຍາ​ການ​ຄ້າ​ເສລີ​ຂອງສ.​ເກົາຫຼີທີ່​ປະກອບ​ດ້ວຍ​ອົງການ​ຈັດ​ຕັ້ງ​ເສດຖະກິດ​ຫຼາຍ​ອົງການ​ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ການ​​ເຊັນ​ຊົ່ວ​ຄາວເອກະສານເຂດ​ການ​ຄ້າ​ເສລີ​ຈີນ​-ສ.​ເກົາຫຼີ​. ​ເຊິ່ງຄະນະ​ກຳມະການດັ່ງກ່າວ​ກ່າວ​ວ່າ: ສັນຍາການ​ຄ້າ​ເສລີ​ຈີນ​-ສ.​ເກົາຫຼີຈະ​ຊ່ວຍ​ໃຫ້ສ.​ເກົາຫຼີສາມາດປັບປຸງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ຂາ​ອອກ​ແລະ​ການ​ລົງທຶນ​ຢູ່​ຕະຫຼາດຈີນ​ກ່ອນ​ກວ່າ​ຄູ່​ແຂ່ງຂັນ​ອື່ນໆ​ຕື່ມອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ