ທ່ານ​ຢາງ​ເຈ​ສືພົບ​ປະກັບຜູ້​ຊ່ວຍ​ວຽກ​ງານຄວາມ​ໝັ້ນຄົງ​​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ
2015-02-26 18:53:28  cri 
  ວັນ​ທີ 25 ກຸມພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຢາງ​ເຈ​ສື, ທີ່​ປຶກສາ​ແຫ່ງ​ລັດ​ຈີນ ​​ໄດ້ພົບ​ປະ​​ເຈລະຈາກັບທ່ານ​ນາງຊູ​ຊັນ ຣາຍສ໌, ຜູ້​ຊ່ວຍ​ວຽກ​ງານຄວາມ​ໝັ້ນຄົງ​​ແຫ່ງ​ຊາດ​ຂອງ​ທ່ານບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາຢູ່​ເມືອງ​ນິວຢອກ​ຂອງ​ອາ​ເມ​ລິ​ກາ. ສອງ​ຝ່າຍ​ໄດ້​​ເຫັນດີ​ເປັນ​ເອກະສັນ​ກັນ​ວ່າ: ທ່ານສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນຈະ​ເດີນທາງ​ໄປຢ້ຽມຢາມ​ອາ​ເມ​ລິ​ກາທາງ​ລັດຖະກິດ​​ໃນ​ເດືອນ​ກັນຍາ​ປີ​ນີ້, ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ, ສອງ​ຝ່າຍ​ຄວນປະສານ​ງານ​ກັນຢ່າງ​ໃກ້​ຊິດ, ປະຕິບັດ​ວຽກ​ງານ​ກະກຽມ​ໃນ​ທຸກ​ດ້ານ​ໃຫ້​ດີ, ​ເພື່ອ​ຮັບປະກັນ​ການ​ຢ້ຽມຢາມ​ຂອງ​ທ່ານສີ​ຈິ້ນ​ຜິ​ງ​ໃຫ້ໄດ້ຮັບຜົນສຳ​ເລັດ​ຢ່າງ​ຈົບງາມ.

  ທ່ານ​ຢາງ​ເຈ​ສືຊີ້​ອອກ​ວ່າ: ສອງ​ຝ່າຍ​ຄວນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອກະສັນ​ກັນ​ທີ່​ປະມຸກ​ລັດ​ສອງ​ປະ​ເທດຈີນ-ອາ​ເມ​ລິ​ກາ​​ໄດ້​ຕົກລົງ​ກັນ​ນັ້ນຢ່າງ​ຕັງ​ໜ້າ, ​ເພີ່ມ​ທະວີ​ການ​ພົວພັນ​ແລະ​ການ​ປະສານ​ງານ​ກ່ຽວ​ກັບ​ບັນຫາທີ່​ສຳຄັນ​ກ່ຽວ​ກັບ​ພາກ​ພື້ນ, ສາ​ກົນ​ແລະ​ບັນຫາ​ລັກສະນະ​ທົ່ວ​ໂລກ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ແລະ​ບັນຫາອ່ອນ​ໄຫວ​ຢ່າງ​ເໝາະ​ສົມ, ​ແລະຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ​ເກົ່າ​ໃນ​ປີ​ໃໝ່​ນີ້.

  ທ່ານ​ນາງຣາຍສ໌ກ່າ​ວ່າ: ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະວີ​ການພົວພັນ​​ຮ່ວມ​ມື​ກັບ​ຈີນ​ໃນ​ທຸກ​ຂົງ​ເຂດ​ແລະ​ທຸກ​ຂັ້ນ​ໂດຍ​ອີງ​ຕາມ​ຄວາມ​ຮັບ​ຮູ້ທີ່​ເປັນ​ເອກະສັນ​ກັນ​ຂອງ​ປະມຸກ​ລັດ​ສອງ​ປະ​ເທດ, ຮ່ວມ​ກັນ​ປະ​ເຊີນໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ​ແລະ​ສາກົນ, ພ້ອມ​ທັງຮ່ວມ​ກັນ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ສອງ​ຝ່າຍຢ່າງ​ມີ​ປະ​ສິກ​ທີ​ພາບດ້ວຍ​ຄວາມກົງ​ໄປ​ກົງ​ມາ​​ແລະມີ​ລັກສະນະ​ສ້າງສັນ​ເພື່ອ ​ ຮັກສາ​ທ່ວງທ່າ​ຂະຫຍາຍຕົວ​ທີ່​ດີ​ຂອງ​ສາຍ​ພົວພັນ​ອາ​ເມ​ລິ​ກາ-ຈີນ.

  ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາຕ່າງໆ​ເຊັ່ນກິດຈະ​ກຳ​ ​ຕ່າງໆ​ເພື່ອລະນຶກວັນ​ສ້າງ​ຕັ້ງ​ອົງການ​ສະຫະ​ປະຊາ​ຊາດ​ຄົບຮອບ 70 ປີ, ວາລະ​ວ່າ​ວຽກ​ກ່ຽວ​ກັບ​ການພັດທະນາຫຼັງ​ປີ 2015, ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາກາດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ການຕ້ານພະຍາດ​ອີ​ໂບລາ​ແລະອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ