​ໃນ​ໄລຍະ​ບຸນ​ກຸດ​ຈີນ, ຈີນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 261 ລ້ານ​ເທື່ອ​ຄົນ​ແລະ​ມີນັກ​ທ່ອງ​ທ່ຽວ​ທີ່​ໄປທ່ຽວ​ຢູ່ຕ່າງປະ​ເທດ​ຫຼາຍ​ກວ່າ 5 ລ້ານ​ຄົນ
2015-02-26 19:02:09  cri 

  ວັນ​ທີ 18-24 ກຸມພາ​ນີ້​ເປັນ​ໄລຍະ​ບຸນ​ກຸດ​ຈີນ, ຕາມ​ຕົວ​ເລກ​ສະຖິຕິ​ທີ່​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 25 ກຸມພາ​ນີ້, ໃນ​ໄລຍະ​ບຸນ​ກຸດ​ຈີນ, ຈີນ​ລວມ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 261 ລ້ານ​ເທື່ອ​ຄົນ, ​ເຊິ່ງເພີ່ມ​ຂຶ້ນ 12,9% ​ເມື່ອທຽບ​ໃສ່​ໄລຍະດຽວກັນຂອງປີ​ກາຍ​ນີ້; ສ້າງລາຍ​​ໄດ້​ບັນລຸ​ເຖິງ 144 ຕື້ 830 ລ້ານ​ຢວນ, ເຊິ່ງເພີ່ມ​ຂຶ້ນ 14,6%.

  ນອກ​ນີ້, ປັດ​ໄຈ​ທີ່ດຶງດູດນັກທ່ອງທ່ຽວ​ເປັນ​ຕົ້ນ​ແມ່ນອັດຕາ​ແລກປ່ຽນລະຫວ່າງເງິນ​ຢວນກັບ​​ເງິນຕາຕ່າງປະ​ເທດ​ມີ​ທ່າ​ອ່ຽງທີ່​ດີ​ຕໍ່​ເງີ​ນຢວນ, ການຂໍ​ວິຊາ​ໄດ້​ຮັບ​ການ​ຜ່ອນຜັນ, ສະພາບ​ແວດ​ລ້ອມ​ການບໍລະໂພກໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ແລະ​ອື່ນໆ​ໄດ້​ກາຍ​ເປັນ​ສິ່ງ​ກະ​ຕຸ້ນ​ຄວາມ​ກະຕືລື​ລົ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນໃນ​ການ​ໄປທ່ອງທ່ຽວແລະບໍລິໂພກ​ຢູ່​ຕ່າງປະ​ເທດ​ໃນ​ໄລຍະ​ບຸນ​ກຸດ​ຈີນ. ຈຳນ​ວນນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຢູ່​ຕ່າງປະ​ເທດ​ໄດ້​ບັນລຸ​ເຖິງ 5 ລ້ານ 182 ພັນ​ເທື່ອ​ຄົນ, ​ໄດ້ເພີ່ມ​ຂຶ້ນ 10% ​ເມື່ອທຽບ​ໃສ່​ໄລຍະດຽວກັນຂອງປີ​ກາຍ​ນີ້. ຕາມ​ຕົວ​ເລກ​ສະຖິຕິ, ​ໄທ​ຍັງ​ເປັນ​ປະ​ເທດ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ມັກ​ໄປທ່ຽວເປັນກຸຣບຫຼາຍ​ທີ່​ສຸດ, ຍີ່ປຸ່ນ, ສ​.ເກົາຫຼີ, ​ເກາະ​ຕ່າງໆ​​ໃນປະເທດອາຊີຕາ​ເວັນ​ອອກສຽງ​ໃຕ້​ແລະ​ປະ​ເທດອື່ນໆ​ທີ່ຢູ່ໃກ້​ກັບ​ຈີນກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຈາກນັກທ່ອງທ່ຽວຈີນເຊັ່ນກັນ, ​ສ່ວນ​ນັກ​ທ່ອງ​ທ່ຽວຈີນ​ທີ່​ໄປ​ທ່ຽວ​ຢູ່​ອົສຕາ​ລີ​ແລະ​ອາ​ເມ​ລິ​ກາທີ່ເປັນປະເທດໄກກັບຈີນນັ້ນກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ