ພິທີມອບ​ລາງວັນ​ຮູບ​ເງົາ​ອາຊີ​ຄັ້ງ​ທີ 9 ຈະ​ຈັດ​ຂຶ້ນ​ຢູ່​ມາ​ກາວ​ໃນ​ວັນ​ທີ 25 ມີນາໜ້າ​ນີ້
2015-02-26 19:23:02  cri 



(ທ່ານນາງ​ຈ່າງ​ຫວ້ານ​ຖິງ, ປະທານຄະນະປະກວດໃນພິທີດັ່ງກ່າວ​ໄດ້​ກ່າວ​ຄຳ​ປາ​ໄສ)

  ປີ​ນີ້, ​ໄດ້​ມີ​ຮູບ​ເງົາ​ເກືອບພັນ​ກວ່າ​ເລື່ອງ​ທີ່​ມາ​ຈາກປະ​ເທດ​ອາ​ຊີທັງ​ໝົດ 34 ປະ​ເທດ​ແລະ​ເຂດ​ແຄ້ວ​ນສະ​ເໜີ​ເຂົ້າຮ່ວມການ​ແຂ່ງຂັນ, ​ເຊິ່ງ​ເອກະລັກ​ສະ​ເພາະຂອງ​​ແຕ່ລະ​ເລື່ອງທີ່​ຕ່າງ​ກັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະຫຼາກ​ຫຼາຍ, ຫົວຄິດ​ປະດິດ​ສ້າງ​ບໍມີຂອບເຂດແລະ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ຮູບ​ເງົາອາຊີ. ​ເຊິ່ງຮູບ​ເງົາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນລວມທັງ​​ເລື່ອງ​ປະຫວັດສາດ, ຄວາມ​ຮັກ​ທີ່ໂລ​ແມນຕິກ, ການ​ຕໍ່ສູ້​ກັນ​ລະຫວ່າງ​ຕຳຫຼວດ​ແລະໂຈນ, ການ​ຕັດສິນ​ເພື່ອ​ຄວາມ​ເປັນ​ທຳ, ການດິ້ນຮົນ​ທາງ​ຈິດ​ໃຈ​ທີ່ອັດອັ້ນຕັນໃຈ​ແລະ​ອື່ນໆ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ