ເຮືອບິນ​ໂດຍສານ​ລຳ​ໜຶ່ງ​ຂອງ​ບໍລິ​ສັດ​ການບິນ​ໄທ​ເມື່ອ​ລົງຈອດ​ຢູ່​ສະໜາມ​ບິນ​ຮົງ​ກົງ​ເກີດ​ເຫດການ​ແລ່ນ​ຖອຍຫຼັງ ​ເຊິ່ງ​ເຮັດ​ໃຫ້​ມີ​ 4 ຄົນ​ໄດ້​ຮັບ​ບາດ​ເຈັບ
2015-02-27 13:28:48  cri 
ເຮືອບິນ​ໂດຍສານ​ຖ້ຽວ​ບິນ TG 608 ຂອງ​ບໍລິ​ສັດ​ການບິນ​ໄທ​ທີ່​ອອກ​ເດີນທາງ​ຈາກ​ພູ​​ເກັດ​ຂອງ​ໄທ​ບິນ​ໄປ​​ສູ່​ຮົງ​ກົງ​​​​​ໄດ້​ລົງຈອດ​ຢູ່​ສະໜາມ​ບິນ​ສາກົນ​​​ເຊັກ​ລັບ​ກົກຮົງ​ກົງ​ໃນ​ເວລາ​ປະມານ 19 ​ໂມງ​ຂອງ​ວັນ​ທີ 26 ກຸມພາ​ນີ້,​ໃນຂະນະ​ເຮືອບິນ​ລຳ​ດັ່ງກ່າວ​ກຽມ​ຈະ​ຈອດ​ຢູ່​ບ່ອນທີ່​ໄດ້ກຳນົດ​​ໄວ້ ບັງ​ເອີນ​ໄດ້​ແລ່ນ​ຖອຍ​ຫຼັງ​ກະທັນຫັນ ​ເຊິ່ງ​ເຮັດ​ໃຫ້ມີ 4 ຄົນ​ໄດ້​ຮັບ​ບາ​ດ​ເຈັບ.

ພາຍຫຼັງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຮັບ​ການ​ລາຍ​ງານ​ແລ້ວ​ໄດ້​ສົ່ງ​ລົດ​ໂຮງໝໍ​ໄປ​ສະຖານ​ທີ່​ເກີດ​ເຫດ, ຜູ້​ບາດ​ເຈັບ​ເລັກນ້ອຍ 3 ຄົນ​ເມື່ອ​ໄດ້​ປິ່ນປົວ​ໃນ​ເບື້ອງ​ຕົ້ນ​ແລ້ວ​ບໍ່​ຈຳ​ເປັນ​ຕ້ອງ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍອີກ, ມີ​ພຽງ​​ແມ່ຍິງ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ຕ້ອງ​ໄດ້​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງ​ໝໍ​​ເປີ​ຍຕ້າ​ຢູຊ່ານ​ຂອງ​ຮົງ​ກົງ, ສາມີ​ແລະ​ລູກ​ຊາຍ​ຂອງ​ນາງ​ພ້ອມ​ດ້ວຍ​ພະນັກງານ​ບໍລິສັດ​ການບິນ​ຜູ້​ໜຶ່ງ​ໄດ້​ຕິດຕາມ​ນາງ​​ໄປ​​​ໂຮງໝໍດ້ວຍ​ຄວາມ​ເອົາ​ໃຈ​ໃສ່.

ຕາມ​ຂ່າວ​ແຈ້ງວ່າ ​ໃນ​ເວລາ​ເກີດ​ເຫດ, ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ລົງ​ຈອດ​ຮຽບຮ້ອຍ​ແລ້ວ, ​ແຕ່​ໃນ​ເວລາ​ພະນັກງານ​ສະໜາມ​ບິນ​ກຽມ​ຈະ​ຍ່າງ​ເຂົ້າ​ໃກ້​ເພື່ອ​ເຮັດ​ໃຫ້​ຕີນ​ຍົນຈຶ້ງ​ກັບ​ທີ່​ນັ້ນ, ບັງ​ເອີນ​ເຮືອບິນ​ແລ່ນ​ຖອຍຫຼັງ​ກະທັນຫັນ, ນັກ​ບິນ​ຈຶ່ງໄດ້​​​ເຮັດ​ໃຫ້​ເຮືອບິນ​ຢຸດ​​ໂດຍ​ດ່ວນ​ອີກ​ຄັ້ງ​ໃໝ່​ຢ່າງ ທັນທີ ຈິ່ງ​ເຮັດ​ໃຫ້​ມີ​ຄົນ​ລົ້ມ​ບາດ​ເຈັບ.

​ໂຄສົກ​ບໍລິສັດ​ການບິນ​ໄທ​ຍອມຮັບ​ວ່າ​ເຮືອບິນ​ໂດຍສານ​ລຳ​ດັ່ງກ່າວ​ໄດ້​ເກີດ​ອຸບັດ​ເຫດຢ່າງ​ແທ້​ຈິງ, ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ອຸບັດ​ເຫດ​ຄັ້ງ​ນີ້​ຍັງ​ກຳລັງ​ສືບສວນ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ