ວາລະ​ດຳ​ເນີນກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ​ສອງ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 3 ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝທີ 12
2015-03-09 12:52:39  cri 
ຕາມ​ຂ່າວສານ​ຈີນ​ລາຍ​ງານ​ວ່າ ກອງ​ປ​ະຊຸມ​ຄັ້ງ​ທີ 3 ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້ດຳ​ເນີນ​ກອງ​ປ​ະຊຸມ​ຄົບ​ຄະນະ​ເທື່ອ​ທີ​ສອງ​ໃນ​ຕອນ​ບ່າຍ​ວັນ​ທີ 8 ມີນາ​ນີ້, ​​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານສະພາ​ປະຊາຊົນ​ແຫ່ງ​ຊາດ​ໄດ້ຂຶ້ນ​ກ່າວ​ບົດ​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະຊຸມ. ທີ່​ປະຊຸມ​ໄດ້​ຟັງ​ຄຳ​ຊີ້​ແຈງ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນິຕິບັນຍັດສະບັບ​ດັດ​ແກ້.

ບົດ​ລາຍ​ງານ​ຂອງ​ທ່ານ​ຈ່າງ​ເຕີ​ຈ່ຽງ​ໄດ້​ສະຫຼຸບ​ວຽກ​ງານ​ຕົ້ນຕໍຈາກ 7 ດ້ານ​ໃນປີ​ທີ່​ຜ່ານ​ມາ ຄື ໜຶ່ງ​ແມ່ນ​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ເຊື່ອ​ໝັ້ນຢ່າງ​ເດັດດ່ຽວ​ຕໍ່ລະບອບ​ສະພາ​ປະຊາຊົນ. ສອງ, ກຳ​ແໜ້ນຄຸນ​ນະພາ​ບນິຕິບັນຍັດເຊິ່ງ​ເປັນ​ຂໍ​ກຸນ​ແຈ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ນິຕິບັນຍັດ​ໃນ​ການຊັກ​ນຳ​ແລະ​ການ​ຊຸກ​ຍູ້​ຢ່າງ​ເຕັມທີ່. ສາມ, ທຳ​ການ​ຕົກລົງ​ກ່ຽວ​ກັບ​ບັນຫາ​ດ້ານ​ກົດໝາຍ​ໂດຍ​ອີງ​ຕາມ​ກົດໝາຍ, ປົກ​ປັກ​ຮັກສາ​ຄວາມ ສັກສິດດ້ານ​ກົດໝາຍ​ຂອງ​ລັດຖະທຳ​ມະນູນ. ສີ່ ຍຶດໝັ້ນ​ທິດ​ທາງ​​ເພື່ອ​ແກ້​ໄຂບັນຫາ, ​​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ​ໃຫ້​ມີ​ລັກສະນະ​ຈຸດ​ສຸມ​ແລະ​ມີ​ປະສິດທິ​ຜົນ​​ໃຫ້ຫຼາຍ​ກວ່າ​ເກົ່າ. ຫ້າ, ​ເຄົາລົບ​ຖານະຕົ້ນຕໍ​ຂອງ​ຜູ້​ແທນ, ຍົກ​ລະດັບ​ວຽກ​ງານ​ຮັບປະກັນ​ແລະ​ບໍລິການ​ຂອງ​ຜູ້​ແທນ​ໃຫ້​ສູງ​ຂຶ້ນ. ຫົກ​ແມ່ນ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ກັບ​ສະພາ​ປະຊາຊົນ​ຂັ້ນ​ທ້ອງ​ຖິ່ນ, ຮ່ວມ​ກັນ​ຊຸກຍູ້​ວຽກ​ງານ​ສະພາ​ປະຊາຊົນ​ໃຫ້​ຂະຫຍາຍຕົວ​ສົມບູນ​ຂຶ້ນ. ​ເຈັດ​ແມ່ນ​ປິ່ນ​ອ້ອມ​ວຽກ​ງານ​ໃຈກາງ, ຮັບ​ໃຊ້​ສະພາບ​ລວມ, ປະສານ​ງານ​ເປັນ​ເອກະ​ພາບ​ກັນ​ເພື່ອ​ປະຕິບັດ​ວຽກ​ງານ​ຕ່າງໆ​ໃຫ້​ດີ​ເປັນ​ຕົ້ນ​ແມ່ນ​ການ​ໄປມາຫາສູ່​ກັນ​ກັບ​ຕ່າງປະ​ເທດ, ວຽກ​ງານ​ຖະ​ແຫຼ​ງຂ່າວ​-​ໂຄ​ສະນາ​ອົບຮົມ​ແລະ​ອື່ນໆ​.

ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ກຳ​ມະ​ການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຫຼີຈ້ຽນ​ໂກວ ຮອງ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ຄຳ​ຊີ້​ແຈງ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນິຕິບັນຍັດສະບັບ​ດັດ​ແກ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ