ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ຈີນ-ຣັດ​ເຊຍ​ບໍ່​ໄດ້​ຮັບຜົນ​ກະທົບຈາກ​ສະຖານະ​ການ​ສາກົນ​ທີ່​ມີ​ຄວາມ​ປັ່ນ​ປ່ວນ
2015-03-09 16:02:31  cri 
ວັນ​ທີ 8 ມີນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ-ຣັດ​ເຊຍ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະຖານະ​ການ​ສາກົນ​ທີ່​ມີ​ຄວາມ​ປັ່ນ​ປ່ວນ, ​ແລະກໍ່ບໍ່​ແນ​ໃສ່​ຝ່າຍ​ທີ​ສາມ​ແຕ່​ຢ່າງ​ໃດ.

ທ່ານຫວາງ​ຢີ້ກ່າວ​ວ່າ, ​ເນື່ອງ​ຈາກ​ວ່າ​ຈີນ​ແລະຣັດ​ເຊຍ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ​ທີ່ມີ​ຄວາມ​ໝັ້ນຄົງ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ທະວີ​ຂຶ້ນແລະ​ມີ​ຄວາມ​ໝັ້ນ​ທ່ຽງ. ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ, ຢູ່​ລະຫວ່າງ​ຈີນ-ຣັດ​ເຊຍ​ມີ​ມູນ​ເຊື້ອ​ທີ່​ດີ​ໃນ​ການ​ໃຫ້ການ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້ຕອບ​ສະໜອງ​ພື້ນຖານຄວາມ​ຕ້ອງການອັນ​ໜັກ​ແໜ້ນ​ໃຫ້​ແກ່ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ.

ທ່ານ​ຫວາງ​ຢີ້ກ່າວ​ຕື່ມ​ວ່າ: ຈີນ​ແລະຣັດ​ເຊຍ​ລ້ວນ​ແຕ່​ແມ່ນປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ໃນສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ