ວັນທີ 8 ມີນານີ້, ໃນເວລາດໍາເນີນກອງປະຊຸມຄັ້ງທີ 3 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນສະໄໝທີ 12, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ເຂົ້າຮ່ວມງານພິຈາລະນາຂອງຄະນະຜູ້ແທນເຂດກວາງຊີຈີນ. ທ່ານສີຈິ້ນຜິງໄດ້ຕັ້ງໜ້າຮັບຟັງແລະບັນທຶກ, ສອບຖາມສະພາບທີ່ກ່ຽວຂ້ອງ ແລະປຶກສາຫາລືກັບຜູ້ແທນຕ່າງໆ. ທ່ານຊີ້ບອກວ່າ, ເຂດກວາງຊີຕ້ອງເປີດກວ້າງແລະລົງເລິກການຮ່ວມມືກັບອາຊຽນ, ສ້າງເວທີແບບເປີດປະຕູສູ່ພາຍນອກຢ່າງຮອບດ້ານທີ່ຢູ່ລຽບຕາມຝັ່ງທະເລ, ແມ່ນໍ້າ ແລະຊາຍແດນ.
ທ່ານສີຈິ້ຜິງຊີ້ບອກວ່າ, ຄຽງຄູ່ກັບຈີນຊຸກຍູ້ການກໍ່ສ້າງ"ແລວທາງໜຶ່ງແລະເສັ້ນທາງໜຶ່ງ", ເຂດກວາງຊີຍິ່ງມີຖານະທີ່ພົ້ນເດັ່ນກວ່າເກົ່າໃນການເປີດປະຕູສູ່ພາຍນອກ ໂດຍໄດ້ຮັບໂອກາດພັດທະນາທີ່ມີລັກສະນະປະຫວັດສາດ. ຕ້ອງເລັ່ງລັດສ້າງສະພາບການຮ່ວມມືແບບໃໝ່ທີ່ມຸ້ງໜ້າໄປສູ່ທັງພາຍໃນປະເທດແລະຕ່າງປະເທດ, ເປີດກວ້າງແລະລົງເລິກການຮ່ວມມືແລະການເປີດປະຕູຕໍ່ອາຊຽນ, ສ້າງເວທີແບບເປີດປະຕູສູ່ພາຍນອກຢ່າງຮອບດ້ານທີ່ຢູ່ລຽບຕາມຝັ່ງທະເລ, ແມ່ນໍ້າແລະຊາຍແດນ.
ທ່ານສີຈິ້ນຜິງກ່າວຕື່ມອີກວ່າ, ຕ້ອງເລັ່ງລັດວຽກງານຊ່ວຍເຫຼືອຄວາມທຸກຍາກຢ່າງຖືກຕ້ອງ, ຍຶດໝັ້ນໃນການຊ່ວຍເຫຼືອຄວາມທຸກຍາກແບບລະອຽດແລະຖືກຕ້ອງ, ບໍ່ໃຫ້ຊົນເຜົ່າສ່ວນໜ້ອຍໃດໆ ຫຼືເຂດແຄວ້ນໃດໆອອກແລວ.