​ໄດ້​ແກ້ໄຂເອກະສານວາງ​ຂໍ້​ສະ​ເໜີ​ທັງ​ໝົດ 8576 ສະບັບ​ທີ່​ຄະນະ​ຜູ້​ແທນສະພາ​ປະຊາຊົນ​ແຫ່ງ​ຊາດ​ສະ​ເໜີ​ອອກ​ໃນ​ປີ 2014
2015-03-09 19:07:44  cri 
ທ່ານ​ຈ່າງ​ເຕີ​ຈ່ຽງ, ປະທານຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ໄດ້ກ່າວ​ໃນ "ບົດ​ລາຍ​ງານ​ວຽກ​ງານຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​" ວ່າ: ​ໃນ​ກອງ​ປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 2 ສະໄໝທີ 12, ຂໍ້​ສະ​ເໜີ, ຂໍ້ຕຳນິ​ແລະ​ຄຳ​ຄິດ​ຄຳ​ເຫັນ​ທີ່​ຄະນະ​ຜູ້​ແທນສະ​ເໜີ​ອອກທັງ​ໝົດ 8576 ສະບັບ, ປະຈຸ​ບັນ​ໄດ້ແກ້​​ໄຂໃຫ້ຕົກ​ທັງ​ໝົດ​ແລະ​ໃຫ້​ພາກສ່ວນ​ທີ່ຮັບຜິດຊອບການແກ້ໄຂ​ໃຫ້​ຄຳ​ຕອບຕໍ່​ຄະນະ​ຜູ້​ແທນ, ​ເຊິ່ງບັນຫາ​ທີ່​ໄດ້​ຮັບ​ການ​ແກ້​ໄຂຮຽບຮ້ອຍ​ຫຼື​ມີ​ແຜນ​ຈະ​ແກ້​ໄຂຢ່າງ​ເທື່ອ​ລະ​ກ້າວ​ໃນ​ຂໍ້​ສະ​ເໜີ​ດັ່ງກ່າວນັ້ນ, ​ໄດ້​ກວມ 79,8% ຂອງຂໍ້​ສະ​ເໜີທັງ​ໝົດ. ​ ຄະນະ​ກຳມະການສະ​ເພາະ​ກິດ​ທີ່​ກ່ຽວຂ້ອງ​ແລະ​ພາກສ່ວນ​ທີ່ຮັບຜິດຊອບການແກ້ໄຂ​ໄດ້​ປະຕິບັດ​ໜ້າ​ທີ່​ຕິດຕາມ​​ແລະ​ແກ້​ໄຂ​ບັນຫາ​ຢ່າງ​ຕັ້ງໜ້າ, ຜູ້​ຮັບຜິດຊອບການແກ້ໄຂ​ຂອງ​ບັນດາ​ພາກສ່ວນ​ທີ່ຮັບຜິດຊອບ​​ໄດ້​ມີ​ຄວາມ​ຫ້າວ​ຫັນໃນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​​ເພື່ອ​ຄົ້ນຄວ້າແລະແກ້ໄຂ​ຂໍ້​ສະ​ເໜີ​, ໄດ້​ຄົ້ນຄວ້າ​ແລະ​​ວາງ​ມາດ​ຕະການ​ທາງນະໂຍບາຍ 100 ກວ່າ​ມາດ​ຕະການ, ​ໄດ້​ຊຸກຍູ້​ການແກ້​ໄຂ​ບັນຫາ​ທີ່​ສຳຄັນງວດ​ໜຶ່ງ​ທີ່​ມີ​ສ່ວນ​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ