ຜູ້​​ແທນ​ສະພາ​ປະຊາຊົນ​ແຂວງ​ຢູນນານ​ສະ​ເໜີ​ໃຫ້​ຊຸກຍູ້​ການ​ສ້າງສາ​ແລວ​ທາງ​ເສດຖະກິດ "ບັງ​ກາ​ລາ​ເດັດ-​ຈີນ-​ອິນ​​ເດຍ-ມຽນມາ"
2015-03-09 16:04:45  cri 
    ໃນ​ໄລຍະ​ໄຂ​ກອງ​ປະຊຸມ​ສອງ​ສະພາ​ປີ 2015, ທ່ານຫຼີ​ເຄີ້ສຽງ, ນາຍົກ ລັດຖະມົນຕີຈີນ​ໄດ້​ສະ​ເໜີ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ວ່າ: ຈະ​ສ້າງ​ອົງ​ປະກອບ​ໄຂ​ປະຕູ​ສູ່​​ໂລກ​ພາຍ​ນອກ​ແບບ​ທົ່ວ​ທຸກ​ທິດ, ​ໃນ​ນັ້ນ, ​ແຜນການສ້າງສາ "​ແລວ​ທາງ​ເສ​ດຖະກິດ​ບັງ​ກາ​ລາ​ເດັດ-​ຈີນ-​ອິນ​​ເດຍ-ມຽນມາ" ທີ່​ເຊື່ອມ​ຕໍ່ຕະຫຼາດ​ແລະ​ຊັບພະຍາກອນ​ຂອງ​ອາຊີ​ຕາ​ເວັນ​ອອກ​, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ອາຊີ​ໃຕ້​ນັ້ນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຄົນ​ທັງຫຼາຍ​ເປັນ​ພິ​ເສດ.

    ທ່ານ​ໂລ​ຮົງ​ຈ່ຽງ, ​ເຈົ້າຄອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢູນນານ, ​ທັງ​ເປັນ​ຜູ້​ແທນ​ສະພາ​ປະຊາຊົນ​ທີ່​ມາ​ຈາກ​ແຂວງ​ຢູນນານ​ກ່າວ​ວ່າ, ປັດຈຸບັນ, ຈີນ​ກັບ​ລາວ, ມຽນມາ ​ແລະ​ໄທ​ໄດ້​ສ້າງ​ແລະ​ໄດ້​​ບູລະນະ​ກົນ​ໄກ "4 ປະ​ເທດ 8 ຝ່າຍ" ​ໃຫ້​ສົມບູນ​ຂຶ້ນ​ເປັນ​ກ້າວໆມາ, ​ແລະ​ໄດ້​ຮ່ວມ​ແຮງ​ກັນ​ເພື່ອ​ສ້າງ​ວົງ​ການທ່ອງ​ທ່ຽວ 4 ຫຼ່ຽມຄຳ ​ແລະ​ວົງ​ການ​ຄ້າ 4 ຫຼ່ຽມຄຳ. ພາຍ​ໃຕ້​ກົນ​ໄກ​ດັ່ງກ່າວ, 4 ຝ່າຍ​ໄດ້​ຕົກລົງ​ໄຂ​ກອງ​ປະຊຸມ​ຢ່າງ​ເປັນ​ປະຈຳ, ​ເພື່ອ​ປຶກ​ຫາ​ລາ​ລື​ວິທີ​ແກ້​ໄຂ​ບັນຫາ​ທີ່​ໄດ້​ພົບ​ໃນ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ກັນ.

    ໃນ​ກອງ​ປະຊຸມ​ສອງ​ສະພາ​ຄັ້ງນີ້, ທ່ານ​ໂລ​ຮົງ​ຈ່ຽງ​ໄດ້​ມີ​ຂໍ້​ສະ​ເໜີ​ໃຫ້​ເພີ່ມ​ທະວີ​ການ​ສ້າງພື້ນຖານ​ໂຄງ​ລ່າງ​ໂດຍ​ປິ່ນ​ອ້ອມການ​ເຊື່ອມ​ຈອດ​ກັນ​. ທ່ານ​ຫວັງ​ວ່າ, ​ທາງ​ລົດ​ໄຟ​ຜ່ານ​ອາຊີ​ຕອນ​ກາງ​ຈະ​ສາມາດ​ເລີ່​ມລົງມື​ສ້າງ​ພາຍ​ໃນ​ປີ​ນີ້​ໄດ້, ​ເຮັດ​ໃຫ້​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາສາ​ມາດ​ເສີມ​ຂະຫຍາຍ​ທ່າ​​ແຮງ​ທີ່​ມີ​ດ່ານ​ລະດັບ​ຊາດ​ທາງບົກ, ທາງ​ນ້ຳ​ແລະ​ທາງ​ອາກາດ​ນັ້ນ​ໄດ້ຢ່າງຮອບດ້ານ​.

    ເຂົ້າຮ່ວມກົນ​ໄກ 4 ປະ​ເທດ 8 ຝ່າ​ຍມີ​: ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ສິບ​ສອງ​ພັ່ນ​ນາ​ຂອງ​ຈີນ​, ​ແຂວງຫຼວງນ້ຳ​ທາ, ​ແຂວງ​ບໍ່​ແກ້ວ, ​ແຂວງຫຼວງພະ​ບາງ ​ແລະ​ແຂວງ​ອຸດົມ​ໄຊ​ຂອງ​ ສປປ ລາວ, ຈັງຫວັດ​ຊຽງ​ລາຍ, ຊຽງ​ໃໝ່​ຂອງ​ປະ​ເທດ​ໄທ ​ແລະ​ທຳ​ຂີ້ເລັກ​ຂອງ​ມຽນມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ