ພາຍ​ໃຕ້​ສະພາບ​ປົກກະຕິ​ອັນ​ໃໝ່, ​ເສດຖະກິດ​ຈີນ​ສາມາດ​ໄດ້​ຮັບ​ໝາກຜົນ​ໃໝ່​
2015-03-09 17:39:25  cri 
    ໃນ​ເວລາ​ຄົ້ນຄວ້າ​ພິຈາລະນາ​ຂອງ​ຄະນະ​ຜູ້​ແທນ​ແຂວງ​ຈ່ຽງຊູ່​ໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 3 ຊຸດ​ທີ 12 ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5 ມີນາ​ນີ້, ນັກທຸລະກິດ​ສ່ວນຫຼາຍທີ່​ເປັນ​ຜູ້​ແທນ​ສະພາ ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ, ​ເພາະວ່າ, ວິ​ສາ​ຫະກິດ​ຂອງ​ພວກ​ເພິ່ນ​ລ້ວນ​ແຕ່​ຢູ່​ໃນ​ການ​ປ່ຽນ​ຮູບ​ການ​ແລະ​ຍົກ​ລະດັບ​ເຕັກນິກ. ພວກ​ເພິ່ນ​ເວົ້າວ່າ, ການ​ຍົກ​ລະດັບ​ຂອງ​ເຕັກນິກ ​ແມ່ນ​ທາງ​ອອກ​ທີ່​ດີ​ທີ່​ສຸດ​ສຳລັບ​ວິ​ສາ​ຫະກິດ​ຈີນ​ພາຍ​ໃຕ້​ສະພາບ​ປົກກະຕິ​ອັນ​ໃໝ່, ​ເມື່ອ​ປ່ຽນ​ຮູບ​ການ​​ໄດ້ໄວ​ແລະ​ດີ​ແລ້ວ, ວິ​ສາ​ຫະກິດ​ກໍ​ຈະ​ປະ​ສົບ​ກັບ​ໄລຍະ​ພັດທະນາ​ຢ່າງ​ວ່ອງ​ໄວ​ຄັ້ງທີ​ສອງ. ປີ​ກາຍ​ນີ້, ​ເສດຖະກິດ​ຂອງ​ແຂວງ​ຈ່ຽງຊູ່​ໄດ້​ມີ​ການ​ເຕີບ​ໂຕ​ອ່າວ​ໄວ, ຄື​ມີ​ຈັງຫວະຂະຫຍາຍຕົວ 8,7%, ການ​ປະດິດ​ສ້າງ ​ແມ່ນ "ວິທີ" ຂອງ​ການ​ບັນລຸ​ໝາກຜົນ​ດັ່ງກ່າວ.

    ທ່ານ​ຟ້າ​ນຈ້ຽນພິງ, ນາຍ​ຊ່າງ​ເສດຖະກິດ​ໃຫຍ່​ຂອງ​ສູນ​ຂໍ້​ມູນ​ຂ່າວສານ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ, ຢູ່ຫຼາຍທ້ອງ​ຖິ່ນ​ຂອງ​ຈີນ ລ້ວນ​ແຕ່​ໄດ້​ເຮັດ​ຄື​ແຂວງ​ຈ່ຽງຊູ່, ຄື​ໄດ້​ຫັນ​ຈາກ​ຮູບ​ການ​ເຕີບ​ໂຕທີ່​ຊຸກຍູ້​ດ້ວຍ​ປັດ​ໄຈການ​ຜະລິດ​ນັ້ນ ຫັນ​ເປັນການ​ເຕີບ​ໂຕ​ທີ່​ຊຸກຍູ້​ດ້ວຍ​ຫົວ​ຄິດ​ປະດິດ​ສ້າງ, ທັງ​ນີ້​ກໍ​ແມ່ນ​ຊ່ອງ​ທາງ​ພື້ນຖານ​ຂອງ​ການ​ບັນລຸ "ສອງ​ເປົ້າໝາຍ" ຄື "ຮັກສາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ດ້ວຍ​ຈັງຫວະ​ລະດັບ​ກາງ​ແລະ​ລະດັບ​ສູງ ​ແລະ ອົງ​ປະກອບ​ເສດຖະກິດ​ໂດຍ​ລວມກ້າວ​ເຂົ້າສູ່​ລະດັບ​ກາງ​ແລະ​ລະດັບ​ສູງ" ທີ່​​ຂຽນ​ໄວ້​ຢູ່​ໃນ​ບົດ​ລາຍ​ງານ​ວຽກ​ງານຂອງ​ລັດຖະບານ​ຈີນ.

    ບໍ່​ພຽງ​ແຕ່​ວິ​ສາ​ຫະກິດ​ເທົ່າ​ນັ້ນທີ່​ກຳລັງ​ພະຍາຍາມ​ຢູ່, ລັດຖະບານ ກໍ​ພວມດຳ​ເນີນ "ການ​ປະຕິວັດ​ຕໍ່​ຕົນ​ເອງ" ​ເຊິ່ງຈະ​ເປັນ​ການ​ປົກ​ປ້ອງ​ການ​ປ່ຽນ​ຮູບ​ການ​ເຕີບ​ໂຕ​ແລະ​ການ​ຍົກ​ລະດັບ​ຂອງ​ເສດຖະກິດ​ຈີນ. ​ໃນ​ເວລາ​ຂຶ້ນຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ວ່າ, ອົງການ​ປົກຄອງ​ທຸກຂັ້ນ ລ້ວນ​ແຕ່​ຕ້ອງ​ສ້າງ​ກົນ​ໄກ​ຊຸກຍູ້​ທີ່​ແຂງ​ແຮງທີ່ເຮັດ​​ໃຫ້ການ​ດຳ​ເນີນ​ການ​ບໍລິຫານ​ການ​ປົກຄອງ​ນັ້ນ ກະທັດ​ຮັດ​ງ່າຍ​ຂຶ້ນ, ປ່ອຍ​ສິດ​ໃຫ້​ແກ່​ຂັ້ນລຸ່ມ ​ແລະ​ປ່ຽນ​ແປງ​ພາລະ​ໜ້າ​ທີ່, ຜ່ອນຄາຍ​ຄວາມຜູກ​ມັດໃຫ້​ແກ່​ວິ​ສາ​ຫະກິດ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະກອບ​ທຸລະ​ກິດ, ​ແລະ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ກັນ​ທີ່​ຍຸດຕິ​ທຳ.

    ຜູ້​ແທນ​ປະຊາຊົນ​ແລະ​ກຳມະກາ​ນທັງຫຼາຍທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ສະພາ ລ້ວນ​ແຕ່​ເຫັນ​ວ່າ, ​ເມື່ອ​ມີ​ການ​​ໃຊ້​ງົບປະມານ​ເຂົ້າ​ໃນ​ການ​ປະດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ, ​ເມື່ອ​​ການ​ບໍລິຫານ​ການ​​ເມືອງ​ຂອງລັດຖະບານ​ກາງ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ກະ​ທັດຮັດ​ງ່າຍ​ຂຶ້ນ ​ແລະ​ປ່ອຍ​ສິດ​ໃຫ້​ຂັ້ນລຸ່ມ​ແລ້ວ, ​ເສດຖະກິດ​ທີ່ຢູ່​​ພາຍ​ໃຕ້​ສະພາບ​ປົກກະຕິ​ອັນ​ໃໝ່ ບໍ່​ພຽງ​ແຕ່​ຈະ​ໄດ້​ຮັບ​ໝາກຜົນ​ເທົ່າ​ນັ້ນ, ​ແຕ່​ໝາກຜົນ​ນີ້​ກໍ​ຍັງ​ຈະ​ໃຫຍ່​ສົມຄວນນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ